ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-26 19:26:08    
ຝ່າຍ​ຈີນ​ເຫັນ​ວ່າ ຝ່າຍ​ອາ​ເມ​ລິ​ກາ​ຄວນ​​ເຄົາ​ລົບ​ແລະ​ປະຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຄັດ​ຄ້ານ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 26 ຕຸ​ລາ,ຢູ່​ປັກ​ກິ່ງ,ທ່ານ​ລີວ​ຈ້ຽນ​ຊ່າວ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ເວົ້າ​ວ່າ,ຝ່າຍ​ອາ​ເມ​ລິ​ກາ​ຄວນ​​ເຄົາ​ລົບ​ແລະ​ປະຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ,ຄັດ​ຄ້ານຢ່າງ​ແຈ່ມ​ແຈ້ງ​ແລະ​ເດັດດ່ຽວ​ສະກັດ​ກັ້ນ"ໄຕ້​ຫວັນເປັນ​​ເອກະລາດ".

ຫວ່າງມໍ່ໆ​ນີ້,ນາງ​ໄຣສ໌ ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາກ່າວ​ວ່າ,ອາ​ເມ​ລິ​ກາ​ສະໜັບ​ສະ​ໜູນ​ນະ​​ໂຍບາຍ​ຈີນ​ດຽວ,​ແຕ່​ກໍ່​ຈະ​ປະຕິບັດ​ພັນທະ​ທີ່​ກ່ຽວຂ້ອງ​ໃນ"ກົດໝາຍ​ວ່າ​ດ້ວຍ​ການ​ພົວພັນ​ກັບ​ໄຕ້​ຫວັນ",ຊ່ອຍ​ໄຕ້​ຫວັນ​ປ້ອງ​ກັນ​ຕົນ​ເອງ.

ທ່ານ​ລີ​ວຈ້ຽນຊ່າວ​ວິຈານຕໍ່​ເລື່ອງ​ນີ້​ວ່າ,​ໄຕ້​ຫວັນ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່ຕັດ​ແຍກ​ອອກ​ຈາກກັນ​ບໍ່​ໄດ້​ຂອງ​ຜືນ​ແຜ່ນດິນຈີນ.ຝ່າຍ​ຈີນ​ຍຶດໝັ້ນທິດ​ທາງ​ພື້ນຖານຄື"​ໂຮມ​ເຂົ້າ​ເປັນ​ເອກະ​ພາບກັນ​ໂດຍ​ສັນຕິ ປະ​ເທດ​ດຽວ​ສອງ​ລະບອບ"ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ແຕ່ເດັດຂາດບໍ່​ອະນຸຍາດ​ໃຫ້​ຜູ້​ໃດ​ແບ່ງ​ແຍກໄຕ້​ຫວັນອອກ​ຈາກ​ຈີນ​ດ້ວຍ​ຮູບ​ການ​ໃດໆ​,​ແລະເດັດຂາດບໍ່​ອະນຸຍາດ​ໃຫ້ປະ​ເທດ​ໃດ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.