ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-27 17:55:44    
ກິດຈະກຳ​ຮ້ອນ​ມື້​ຕ້ານ​ການ​ລັກ​ລອກ​ແບບ​ຂອງ​ຈີນ​ໄດ້​ຮັບ​ຜົນ​ເດັ່ນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 27 ຕຸລາ, ​ທ່ານ​ລິວ​ປິ່ນ​ເຈ ຮອງ​ຫົວໜ້າ​ກົມ​ການ​ໜັງສື​ພິມ​ແລະ​ພິມ​ຈຳ​ໜ່າຍ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຢູ່​ໃນ​ກອງ​ປະຊຸມສະຫຼຸບ "ກິດຈະກຳ​ຮ້ອຍ​ມື້​ຕ້ານ​ການ​ລັກ​ລອກ​ແບບ" ທົ່ວ​ປະ​ເທດ​ທີ່​ຈັດ​ຂຶ້ນຢູ່​ແຂວງກວາງຕຸ້ງນັ້ນ​ວ່າ, "ກິດ​ຈະ​ກຳ​ຮ້ອຍ​ມື້​ຕ້ານ​ການ​ລັກ​ລອກ​ແບບ" ທີ່​ຖື​ການໂຈມ​ຕີ​ການ​ລັກ​ລອກ​ແບບ​ເຄື່ອງ​ພາບ​ເຄື່ອງ​ສຽງ ຊອຟ​ແວ​ຄອມ​ພິວ​ເຕີ​ເປັນ​ຈຸດ​ໜັກ​ນັ້ນ ​ໄດ້​ຮັບ​ຜົນ​​ເດັ່ນ​.

​ແຕ່​ເດືອນ​ກໍລະກົດ​ຫາ​ເດືອນ​ກັນຍາ​ປີ​ນີ້, ລັດຖະບານ​ຈີນ​ໄດ້​​ປິດ​ຕະຫຼາດຂາຍ​ຜະ​ລິດ​ຕະ​ພັນ​ລັກ​ລອກ​ແບບ​​ເຄື່ອງ​ພາບ​ເຄື່ອສຽງ 1 ໝື່ນ 3000 ​ແຫ່ງ ວິ​ສາ​ຫະກິດ​ພິມ​ລອກ​ແບບ 600 ກວ່າ​ແຫ່ງ, ມູນ​ຄ່າ​ຈຳໜ່າຍ​​ເຄື່ອງ​ພາບ​ເຄື່ອງສຽງສະບັບ​ເດີມ​ສະ​ເລ່ຍ​ແລ້ວໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 20%, ລະ​ບຽບ​ການ​ຕະຫຼາດກໍ​​ໄດ້​ດີ​ຂຶ້ນຫຼາຍ, ສະຕິ​ຕໍ່​ການໂຄລົບ​ກົດ​ໝາຍ​ຂອງ​ນັກ​ທຸ​ລະ​ກິດ​​ແລະຄວາມ​ຮັບ​ຮູ້​ຂອງປະຊາຊົນ​ທີ່ມີ​ຕໍ່​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ.