ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-27 20:10:47    
ເອື້ອຍ​ນ້ອງ​ຂອງ​ເຮືອນພັກ​ຈ້າງ​ເຈ່ຍ​ຈ່ວງ

cri Author: da
ຢູ່​ເມືອງຕ່າ​ນບ່າ​ແຂວງ​ເຊ​ສວນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ມີ​ບ້ານ​ໜຶ່ງ​ຊື່ວ່າ"​ເຈຍ​ຈູ່"​ແມ່ນ​ບ້ານ​ເຜົ່າ​ຕິ​ເບ​ດທີ່​ມີ​ທິວ​ທັດ​ອັນ​ສວຍ​ງາມ. ​ບ້ານ​ນີ້​ ຖືກ​ນັກ​ທ່ອງ​ທ່ຽວຍ້ອງ​ຍໍ​ເປັນ"​ໂລກ​ໃນ​ຈິນຕະນາການ",ມີ​​ເຮືອນ​ພັກຊື່ວ່າ​​ຈ້າງ​ເຈ່ຍ​ຈ່ວງ ​ເຈົ້າຂອງ​ແມ່ນ​ເອື້ອຍ​ນ້ອງ3ຄົນ. ​ໃນ​ຂະນະທີ່​ເອື້ອຍ​ກຸ້ຍ​ຮວ່າຂອງ​​ເຮືອນພັກ​ຈ່າງ​ເຈ່ຍ​ຈ່ວງສ້າງລາຍ​ໄດ້ໃຫ້​ຄອບຄົວ​,ລາວ​ຍັງ​ໄດ້​ຄຶດ​ວິທີ​ອະນຸລັກ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ​ຢູ່​ບ້ານ​​ເຈຍ​ຈູ່.​

ບ້ານ​ເຈຍ​ຈູ່ຕັ້ງຢູ່​ຕີນ​ພູ​ຫິມະ​ແລະ​​ແຄມ​ນ້ຳທີ່​ໄຫຼ​ຕາມ​ຮ່ອມ​ພູ,​ເຜົ່າ​ຕິ​ເບ​ດມີ​ຊາວບ້ານ 150 ກວ່າ​ຄອບຄົວ. ຕັ້ງ​ເຮືອນ​ຢັ່ງຢາຍ​ກັນ​ຂຶ້ນ​ໄປ​ຕາມ​ເນີນ​ພູ,ທ່າມກາງ​ປ່າ​ໄມ້​ຂຽວ​ອຸ່ມ​ທຸ່ມ.ຢູ່​ຕາມ​ທາງ​ນ້ອຍ​ທີ່​ປູ​ດ້ວຍ​ຫີນ,ຈະ​ເຫັນ​ມີ​ນັກທ່ອງ​ທ່ຽວ​ເປ້​ຖົງກຳລັງ​ຍ່າງ​ທ່ຽວ​ຫຼິ້ນ​ຢູ່.

​ຢູ່ປາກ​ທາ​ງ​ເຂົ້າບ້ານ ນາງ​ກຸ້ຍ​ຮວ່າບອກ​ນັກທ່ອງ​ທ່ຽວ​ວ່າ: "ນີ້​ແມ່ນ​ນາມ​ບັດຂອງ​ຂ້ອຍທີ່​​ເຮືອນ​ພັກ​​ຈ້າງ​ເຈ່ຍ​ຈ່ວງ.​ເຈົ້າຍ່າງ​ຕາມ​ທາງ​ຫຼວງນີ້​ໄປ,ຖ້າວ່າ​ຊອກ​​ເຮືອນ​ພັກ​​ບໍ່​ເຫັນ,​ເອົາ​ນາມບັດ​ຂ້ອຍ​ໄປ​ຖາມ​ໂລດ,​ໃຜໆ​ກໍ່​ຮູ້​ດີ."

ຕອນ​ເຊົ້າທຸກ​ມື້,ນາງ​ກຸ້ຍ​ຮວ່າ ​ແມ່ຍິງ​ເຜົ່າ​ຕິ​ເບ​ດ​ກໍ​ຕ້ອງອອກ​ໄປ​ລໍຖ້າ​ນັກທ່ອງ​ທ່ຽວ​ຢູ່​ປະຕູ​ທາງ​ເຂົ້າ​ບ້ານ.​ເຮືອນພັກ​​ຈ້າງ​ເຈ່ຍ​ຈວ່າງທີ່​ນາງ​ກຸ້ຍ​ຮວ່າ​ກັບ​ນ້ອງ​ສາວ 2 ຄົນ​ພ້ອມ​ກັນດຳ​ເນີນ​ທຸລະ​ກິດ,​ແມ່ນ​​ເຮືອນ​ປະຊາຊົນ​ທີ່ຮັບ​ຕ້ອນ​ນັກທ່ອງ​ທ່ຽວ​ທີ່​ໃຫຍ່​ກວ່າ​ໝູ່​ຢູ່​ທ້ອງ​ຖິ່ນນີ້,ມີ​ຊື່​ສຽງ​ຫຼາຍ.ນອກຈາກ​ນອນພັກ​ແລະ​ກິນ​ອາຫານ​ໄດ້​ແລ້ວ,ນາງ​ກຸ້ຍ​ຮວ່າ​ຍັງ​ພາ​ນັກທ່ອງ​ທ່ຽວ​ທ່ຽວ​ຊົມ​ບ້ານ,​ເພື່ອຮູ້​ຮີດຄອງ​ປະ​ເພນີຢູ່ແຫ່ງ​ນັ້ນ.ນາງ​ເວົ້າວ່າ,​ເອກະລັກ​ພິ​ເສດ​ຂອງບ້ານ​ເຜົ່າ​ຕິ​ເບ​ດ​ເຈຍ​ຈູ່​ ​ແຫ່ງ​ນີ້​ໄດ້​ຮັກສາ​ເຮືອນ​ຊານ​ແບບ​ເຜົ່າ​ຕິ​​ເບ​ດທີ່​ສົມບູນ​ຄົບ​ຖ້ວນ,ເຮືອນຢູ່ເຫຼົ່ານີ້ສ່ວນຫຼາຍ​ແມ່ນ​ສ້າງ​ດ້ວຍຫີນ​ແລະ​ໄມ້,ສູງ​ປະມານ 15 ​ແມັດ.​ ສ່ວນ​ຫຼາຍ​ເປັນ​ສີຂາວ,ປະຕູ ປ່ອງຢ້ຽມ​ທາດ້ວຍ​ສີ​ຕັບ​ໝູ,ຢູ່ລະຫວ່າງຊັ້ນຕຶກ​ແມ່ນ​ທາ​​ດ້ວຍເສັ້ນສີດຳ​.ນາງ​ກຸ້ຍ​ຮວ່າ​ແນະນຳ​ວ່າ:

"ເຈຍຈູ່ ​ແປ​ວ່າ 100ຄອບຄົວ.ດຽວ​ນີ້ ​ເບິ່ງ​ແລ້ວ ບ້ານ​ເຫຼົ່າ​ນີ້​ໃໝ່​ອ່ຽມຫຼາຍ,​ເພາະວ່າ​ໃນ​ຍາມ​ບຸນ​ແຕ່ລະ​ປີ,ພວກ​ເຮົາ​ຕ້ອງທາສີ​​ໃໝ່​ທຸກ​ເທື່ອ. ສີຂາວ​ໝາຍ​ເຖິງ​ຄວາມ​ບໍລິສຸດ​ຜຸດ​ພ່ອງ,ສີ​ແດງໝາຍ​ເຖິງສີ​ລິ​ມຸງ​ຄຸນ,ສີດຳ​ໝາຍ​ເຖິງການ​ລຶບ​​ໂຊກ​ບໍ່​​ດີ​ໃຫ້ຫາ​ຍ​ໄປ."

ນາງລ່າ​ໝູ້ ນ້ອງ​ສາວຫຼ້າ​ຂອງ​ນາງ​ກຸ້ຍ​ຮວ່າ​ແມ່ນ​ນາງ​ງາມ​ໃນ​ບ້ານ​ເຈຍ​ຈູ່,ນັກທ່ອງ​ທ່ຽວ​ຫຼາຍໆ​ຄົນ​ມາ​ທ່ຽວ​ແຫ່ງ​ນີ້​ຍ້ອນ​​​ຊື່​ສຽງ​ຂອງ​ນາງ ຢາກ​ມາ​ເບິ່ງ.​ໃນ​ເວລາ​ເອື້​ອຍກຸ້ຍ​ຮວ່າກຳລັງ​ນຳ​ທ່ຽວ​ຢູ່​ນັ້ນ​,ນາງ​ລ່າ​ໝູ້ກໍ​ຮັບ​​ຕ້ອນ​ນັກທ່ອງ​ທ່ຽວ​ໃນ​ເຮືອນ​ພັກ.ນາງ​ລ່າ​ໝູ້​ໄດ້​ກາຍ​ເປັນ​ຜູ່​ຊ່ວຍ​ທີ່​ດີ​ຂອງ​ເອື້ອຍ​ຂອງ​ລາວ.

ນາງ​ລ່າ​ໝູ້ແນະນຳ​ຕໍ່ນັກ​ທ່ອງ​ທ່ຽວວ່າ​,​ເອົາ​ຊາ​ເນີຍ​ບໍ່?​ເພາະວ່າ​ຊາ​ນີ້​ສາມາດ​ແກ້​ອາການ​ເມົາ​ຍ້ອນ​ອາກາດ​ບໍ່​ພຽງພໍ​ຢູ່​ເທິງ​ພູ​ສູງ.

ທິວ​ທັດ​ສວຍ​ງາມ​ຂອງ​ບ້ານ​​ເຈຍ​ຈູ່​ແມ່ນ​ຖືກນັກ​ທ່ອງ​ທ່ຽວ​ພົບ​ເຫັນຢ່າງ​ບັງ​ເອີນ​​ເມື່ອ​ທ້າຍ​ປີ 1990. ຢູ່​​ແຫ່ງ​ນີ້ ປ້ອມ​ລົບກັບເຮືອນ​ເຊື່ອມ​ເຂົ້າ​ເປັນ​ສິ່ງ​ກໍ່ສ້າງທາງຮີດຄອງ​ປະ​ເພນີ​ອັນ​ພິ​ເສດ​ຂອງ​​ເຜົ່າຕິ​ເບ​ດ ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ພ້ອມ​ກັບ​ນາງ​ງາມ,​ຄ່ອຍໆ​ຖືກ​​ເຜີຍ​ແຜ່​ສູ່ພາຍ​ນອກ​,​ແລະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຫຼາຍ​ມາທ່ຽວ​ແຫ່ງ​ນີ້. ມາ​ຮອດ​ບ້ານ​ເຈຍ​ຈູ່,ນັກ​ທ່ອງ​ທ່ຽວ​ຢາກ​ຈະ​ພັກ​ຫຼາຍ​ມື້,​ເພື່ອຊົມ​ທິວ​ທັດ​ທຳ​ມະ​ຊາດຂອງ​ບ້ານ​ເຜົ່າ​ຕິ​ເບ​ດ. ປີ 1999,ນາງ​ກຸ້ຍ​ຮວ່າ​ທີ່​ຫົວ​ໄວ ສະຫຼາດຫຼັກ​ແຫຼມ​ກໍ​ເລີ່​ມ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຢູ່​ເຮືອນ​ຂອງ​ຕົນ. ປະຈຸ​ບັນ,ນອກຈາກ​ເອື້ອຍ​ນ້ອງ​ນາງ​ກຸ້ຍ​ຮວ່າ 3 ຄົນ​ແລ້ວ,​ໃນ​ບ້ານ​ນີ້ ຍັງມີ​ຄອບຄົວ 1 ສ່ວນ 3 ກໍ​ເລີ່​ມຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ມາ​ພັກ​ຢູ່​​ໃນເຮືອນຕົນ​ເອງ.

​ແຕ່​ວ່າ,ຄຽງ​ຄູ່​ກັບ​ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ຫຼວງ​ຫຼາຍ​​ເລີ່​ມ​ເຂົ້າມາ,ບ້ານ​​ເຈຍ​ຈູ່ທີ່​ເຄີຍ​ສະຫງົບ​ງຽບ​ກໍ​ເລີຍ​ຟົດ​ຟື້ນຂຶ້ນ. ຊາວບ້ານ​ພາກັນ​ສ້າງ​ບ້ານ​ແປງ​ເຮືອນ​ໃຫ້​ໃຫຍ່​ກວ່າ​ເກົ່າ​ເພື່ອ​ຮັບ​ນັກ​ທ່ອງ​ທ່ຽວ,ຕົ້ນ​ໄມ້​ຢູ່​ອ້ອມ​ພູ​ຖືກຕັດ​ຢ່າງ​ຫຼວງ​ຫຼາຍ. ​ເຖິງ​ວ່າການທ່ອງທ່ຽວ​ໄດ້​​​ເຮັດ​ໃຫ້​ເສດຖະກິດ​ຂອງ​ບ້ານ​​ພັດທະນາ​ຫຼາຍ,ຂະນະ​ດຽວ​ກັນ ກໍ່ນຳ​ເອົາ​ບັນຫາທາງ​ສິ່ງ​ແວດ​ລ້ອມ​ມາ​ໃຫ້​ບ້ານ​ຄື​ກັນສິ່ງ​ແວດ​ລ້ອມທີ່​ກົມກຽວ​ກັນ​ແລະ​ຮີດຄອງ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບ້ານນີ້​ພວມຖືກ​ທ້າ​ທາຍ. ນາງ​ກຸ້ຍ​ຮວ່າ​​ທີ່​​ເຮັດ​ທຸລະ​ກິດ​ການທ່ອງທ່ຽວ​ໄວ​ກວ່າ​ໝູ່​ກໍ​ເລີ່​ມ​ຮູ້ສຶກເປັນ​ຫ່ວງ​ນຳ​ເລື່ອງ​ນີ້.

ຫວ່າງ​ມໍ່ໆ​ນີ້,​ໃນ​ງານ​ແລກປ່ຽນ​ການທ່ອງທ່ຽວ​,ນາງ​ກຸ້ຍ​ຮວ່າ​ໄດ້​ຮູ້​ຄວາມ​ໝາຍ​ຂອງນິຍາມ​ການທ່ອງທ່ຽວ​​ແບບ​ອະນຸລັກ​ເປັນ​ເທື່ອ​ທຳ​ອິດ.ຜູ້​ຊ່ຽວຊານ​ແນະນຳ​ວ່າ,ການທ່ອງທ່ຽວ​​ແບບ​ອະນຸລັກ​ແມ່ນ​ການທ່ອງ​ທ່ຽວ​ທີ່​ມີ​ຄວາມຮັບຜິດຊອບ,ບໍ່​ພຽງ​ແຕ່​ສາມາດ​ນຳ​ເອົາ​ຜົນ​ກຳ​ໄລ​ມາ​ໃຫ້​ຄົນ​ທ້ອງ​ຖິ່ນ​ທໍ່​ນັ້ນ,ຫາກ​ຍັງ​ສາມາດ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ວັດທະນະທຳ​ຂອງ​ທ້ອງ​ຖິ່ນ​ອີກ​ດ້ວຍ.ນາງ​ກຸ້ຍ​ຮວ່າ​ຮູ້ສຶກ​ວ່າ,ຂໍ້​ສະ​ເໜີ​ຂອງ​ຜູ້​ຊ່ຽວຊານ​ພໍດີ​ຖື​ກກັບທິດ​​ພັດທະນາ​ການທ່ອງທ່ຽວ​ຂອງ​ບ້ານ​​ເຈຍ​ຈູ່​ໃນ​ອະນາຄົດ.
​ເມື່ອ​ປະສານ​ຄວາມ​ເຫັນ​ຂອງ​ຜູ້​ຊ່ຽວຊານ​ກາ​ນທ່ອງ​ທ່ຽວ​​ແບບ​ອະນຸລັກ​ແລ້ວ,ນາງ​ກຸ້ຍ​ຮວ່າ​ເຫັນ​ວ່າ,ວິທີ​ຮັບຄະນະ​ນັກ​ທ່ອງ​ທ່ຽວ​ເປັນ​ຄະນະ​​ໃຫຍ່​ນັ້ນ​ແມ່ນ​ເຮັດ​ບໍ່​ໄດ້​ອີກ​ແລ້ວ,ການ​ຮັບ​ນັກ​ທ່ອງ​ທ່ຽວ​ແບບ​ຂີ່ລົດ​ເອງ​ອອກ​ມາ​ທ່ຽວ​ແລະ​ນັກ​ທ່ອງ​ທ່ຽວ​ຈັກ​ສອງ​ສາມ​ຄົນ​ທີ່​ຮັກ​ທຳ​ມະ​ຊາດ​ນັ້ນ ​ຈຶ່ງ​ສອດຄ່ອງ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​​ແບບ​ອະນຸລັກ​ຂອງ​ບ້ານ​​ເຈຍ​ຈູ່.ນາງ​ເວົ້າວ່າ:

"ຖ້າວ່າ​ທຸລະ​ກິດ​ການທ່ອງທ່ຽວ​ລະດັບ​ສູງ,ກໍ​ຕ້ອງ​ຮັບ​ນັກ​ທ່ອງ​ທ່ຽວ​​ແບບ​ຂີ່ລົດ​ອອກ​ມາ​ທ່ຽວ​​ເອງ. ​ເຂົາ​ເຈົ້າມາ​ແຫ່ງ​ນີ້,ບໍ່​ແມ່ນ​ຢາກ​​ໄດ້​ຫ້ອງ​ພັກ​ທີ່ຫຼູຫຼາ,ຫາກ​ແມ່ນ​ເອົາ​ຫ້ອງ​​ທຳ​ມະ​ດາ​ແຕ່​ສະອາດ.ພາຍຫຼັງ​ເຂົາ​​ເຈົ້າມາ​ທ່ຽວ​ເທື່ອ​ໜຶ່ງ​ແລ້ວ,ຍັງ​ຈະ​​ແນະນຳ​ໃຫ້​ໝູ່​ມາ​ທ່ຽວ​ອີກ.ອີກ​ດ້ານ​ໜຶ່ງ,ນັກ​ທ່ອງ​ທ່ຽວ​ແບບ​ນີ້​ຈະ​ບໍ່​ຖິ້ມ​ຂີ້​ເຫຍື້ອ​ຊະຊາຍ."

ນາງ​ກຸ້ຍ​ຮວ່າ​ຕັດສິນ​​ໃຈ​ນຳ​ໃຊ້​ຜົນ​​ໄດ້​ຮັບ​ທີ່​ດີຂອງ​​ເຮືອນ​ພັກ​ຕົນມາ​ເຜີຍ​ແຜ່​ໂຄສະນາ​ການທ່ອງທ່ຽວ​ແບບ​ອະນຸລັກ. ນາງ​ຮຽກ​ໂຮມ​ພີ່ນ້ອງ​ແລະ​ຜູ້​ໃກ້​ເຮືອນ 20 ກວ່າຄອບຄົວ,ສ້າງຕັ້ງ​ຫຼາຍ​ສາຂາ​ຂອງ​ເຮືອນ​ພັກ.​​ເມື່ອ​ຮອດ​ລະດູທ່ອງ​ທ່ຽວ,​ເຮືອນພັກສາ​ຂາ​​ຂອງ​ນາງ​ກຸ້ຍ​ຮວ່າກໍ​ມັກຈະຮັບກຸ່ມນັກທ່ອງທ່ຽວ​ຂະໜາດ​ນ້ອຍ.ກາງ​ເວັນ​ທ່ຽວ​ຊົມ​ບ້ານ,ກາງຄືນ​ຟ້ອນ​ລຳ​ທຳ​ເພງ​ອ້ອມ​ກອງ​ໄຟ​ໃນ​ເຮືອນກຸ້ຍຮວ່າ,ຊື່ນ​ຊົມ​ກັບ​ປະ​ເພນີ​ເຜົ່າ​ຕິ​ເບ​ດ​ຢ່າງ​ສະບາຍ​ໃຈ​.

"​ດອກ​ພິລາ​ບານ​ເຮືອງ​ເຕັມ​ບ້ານ,ນົກ​ເຂົາ​ຮ້ອງ​​ສຽງແຈ້ວໆ​,ບ້ານ​ເກີດ​ເມືອງ​ນອນ​ທີ່​ໜ້າ​ຮັກ​ຂອງ​ຂ້ອຍ​ເອີຍ,​ເຈົ້າຄື​ບ່ອນ​ທີ່​ງາມ​ທີ່​ສຸດ​ໃນ​ໃຈ​ຂອງ​ຂ້ອຍ."

ນາງ​ກຸ້ຍ​ຮວ່າ​ເວົ້າວ່າ,​ເຊື່ອ​ວ່າ,​ໃນ​ອະນາຄົດ​ບໍ່​ດົນ,ທົ່ວ​ບ້ານ​ເຜົ່າ​ຕິ​ເບ​ດຈະ​ຮຽນ​​ແບບຢ່າງນຳ​ນາງ​ເພື່ອ​ເຮັດ​ການທ່ອງທ່ຽວ​ແບບ​ອະນຸລັກ.