|
![](/images/spacer.gif) |
(GMT+08:00)
2006-10-28 16:49:17
|
![](/images/shim.gif) |
ວຽກງານກະກຽມງານວາງສະແດງສິນຄ້າຈີນອາຊຽນຄັ້ງທີສາມໄດ້ເຮັດເສັດສັບແລ້ວ
cri
Author: sayvanny
![]( /mmsource/images/2006/10/28/sannanbo1.jpg) ຕາມຂ່າວສານຊີນຮວາ: ວັນທີ 28 ຕຸລາ,ສຳນັກເລຂາຂອງງານວາງສະແດງສິນຄ້າຈີນອາຊຽນເຜີຍໃຫ້ຮູ້ວ່າ, ວຽກງານກະກຽມຂອງງານວາງສະແດງສິນຄ້າຈີນອາຊຽນຄັ້ງທີສາມແລະກອງປະຊຸມສຸດຍອດການຄ້າແລະການລົງທຶນລະຫວ່າງຈີນກັບອາຊຽນໄດ້ເຮັດເສັດສັບແລ້ວ.
ວັນທີ 31 ເດືອນນີ້, ງານວາງສະແດງສິນຄ້າຈີນອາຊຽນຄັ້ງທີສາມ, ກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນອາຊຽນຄັ້ງທີສາມຈະຈັດຂຶ້ນຢູ່ນະຄອນນານນິງ ຂອງເຂດກວງຊີຈີນ.ຕາມຜູ່ຮັບຜິດຊອບຂອງສຳນັກເລຂາງານວາງສະແດງສິນຄ້າຈີນອາຊຽນແນະນຳວ່າ, ປັດຈຸບັນ,ຜະລິດຕະພັນຂອງວິສາຫະກິດຈີນແລະຕ່າງປະເທດທີ່ເຂົ້າຮ່ວມງານວາງສະແດງນັ້ນໄດ້ຂົນສົ່ງໄປຮອດເມືອງນານນິງຕາມເວລາກຳນົດ, ຜູ່ທີ່ຈະເຂົ້າຮ່ວມງານວາງສະແດງສ່ວນຫລາຍໄດ້ເດີນທາງມາຮອດນະຄອນນານນິງແລ້ວ.ຄາດວ່າ, ຈຳນວນຄົນທີ່ຈະເຂົ້າຮ່ວມງານວາງສະແດງປີນີ້ຈະບັນລຸເຖິງ 6 ຫມື່ນຄົນ.
ກອງປະຊຸມສຸດຍອດເພື່ອລະລຶກຈີນອາຊຽນສ້າງການພົວພັນເປັນປະເທດຄູ່ເຈລະຈາຄົບຮອບ 15 ປີກໍ່ຈະຈັດຂຶ້ນຢູ່ນະຄອນນານນິງໃນວັນທີ 30 ເດືອນນີ້.
|
|
|