|
 |
(GMT+08:00)
2006-10-28 17:34:51
|
 |
ຈີນຈະປັບປຸງອັດຕາພາສີຊົ່ວຄາວຂອງສິນຄ້າຂາເຂົ້າຂາອອກສ່ວນຫນຶ່ງ
cri
Author: sayvanny
ຕາມຂ່າວສານຊິນຮວາ: ວັນທີ 27 ຕຸລາ,ກະຊວງການເງິນຈີນປະກາດຂ່າວວ່າ, ເພື່ອສົ່ງເສີມການນຳເຂົ້າສິນຄ້າທີ່ເປັນຊັບພະຍາກອນແລະມີຜົນດີຕໍ່ການປະດິດສ້າງເຕັກນິກໃຫມ່ຕື່ມອີກ,ຄວບຄຸມການສົ່ງອອກສິນຄ້າທີ່ມີການສິ້ນເປືອງພະລັງງານຫລາຍ ມີການເຊື່ອມພິດຫລາຍແລະມີລັກສະນະເປັນຊັບພະຍາກອນ,ຈີນຈະປັບປຸງອັດຕາພາສີຊົ່ວຄາວຂອງສິນຄ້າຂາເຂົ້າຂາອອກສ່ວນຫນຶ່ງແຕ່ວັນທີ 1 ພະຈິກປີ 2006 ເປັນຕົ້ນໄປ.
ຜ່ານການປັບປຸງເທື່ອນີ້, ຈີນຈະເກັບພາສີຊົ່ວຄາວອ່າວຫນ້ອຍຕໍ່ສິນຄ້າຂາເຂົ້າ 58 ຊະນິດ.ໃນນັ້ນລວມມີອຸປະກອນຫລືເຄື່ອງອາໄຫລ່ສຳຄັນທີ່ມີຜົນດີຕໍ່ການປະດິດສ້າງເຕັກນິກໃຫມ່ ແລະຕ້ອງການໃນການຜະລິດຜະລິດຕະພັນປະຢັດພະລັງງານຕ່າງໆຄືເຄື່ອງຜະລິດແທ່ນພິມດ້ວຍຄອມພິວເຕີໂດຍກົງແລະເຄື່ອງອາໄຫລ່ແລະເຄື່ອງຊີກສ່ວນຂອງເຄື່ອງປັ່ນທໍເປັນຕົ້ນ.
ພ້ອມກັນນັ້ນ, ຈີນຍັງຈະເພີ່ມພາສີຕໍ່ສິນຄ້າຂາອອກ 110 ຊະນິດ,ໃນນັ້ນລວມມີຖ່ານຫີນ,ນ້ຳມັນດິບ,ທອງ,ໄມ້ປູພື້ນແລະໄມ້ຖູ່ທີ່ໃຊ້ເທື່ອດຽວເປັນຕົ້ນ.
|
|
|