ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-28 17:47:39    
ທ່ານ​ອັບ​ບາສ​ອາດ​ຈະ​ຍຸບ​ລັດ​ຖະ​ບານ​ຮາ​ມາສ​ພາຍ​ໃນ​ສອງ​ອາ​ທິດ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 27 ຕຸ​ລາ,ຂ່າວ​ສານ​ອາ​ອາ​ເປ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ​ເຈົ້າ​ຫນ້າ​ທີ່​ປາ​ເລັສ​ຕິນ​ມາ​ແຈ້ງ​ວ່າ, ວັນ​ທີ 26 ຕຸ​ລາ, ໃນ​ເວ​ລາ​ພົບ ປະ​ກັບ​ທ່ານ​ຈາ​ເວຍ​ໂຊ​ລາ​ນາ ຜູ່​ແທນ​ຊັ້ນ​ສູງ​ຂອງ​ສະ​ຫະ​ພາບ​ເອີ​ລົບ ທີ່​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ປອດ​ໄພ​ທີ່​ໄປ​ຢ້ຽມ​ຢາມ​ປາ​ເລັສ​ຕິນ, ທ່ານ​ມາ​ເຮີ​ມຸດ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ເວົ້າ​ວ່າ, ຖ້າ​ອົງການ​ຮາ​ມາສ​ປະ​ຕິ​ເສດ​ບໍ່​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະສົມ​ກັບ​ອົງ​ການ​ຟາ​ຕາ​ທີ່​ນຳ​ໂດຍ​ທ່ານ​, ທ່ານ​ກໍ່​ຈະ​ຍຸບ​ລັດ​ຖະ​ບານ​ປາ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​ທີ່​ນຳ​ໂດຍ​ຮາ​ມາສ​ພາຍ​ໃນ​ເວ​ລາ​ສອງ​ອາ​ທິດ,​ແລະ​​ແຕ່ງ​ຕັ້ງ​ລັດ​ຖະ​ບານ​ຊົ່ວ​ຄາວ​ທີ່​ປະ​ກອບ​ດ້ວຍ​ຜູ່​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​.

ນີ້​ແມ່ນ​ທ່ານ​ອັບ​ບາສ​ຈັດ​ວາງ​ຕາ​ລາງ​ເວ​ລາ​​ໃຫ້​ການ​ສ້າງ​ຕັ້ງ​ລັດ​ຖະ ບານ​ຊຸດ​ໃຫມ່​ເປັນ​ຄັ້ງ​ທຳ​ອິດ.