ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-28 18:05:25    
ຈີນ​ຈະ​ເຮັດ​ຄື​ແກ່​ເກົ່າ​ເມືອ​ຫລັງ​ສະ​ຫນັບ​ສະ ຫນູນ​ແລະ​ປະ​ສານ​ສົມ​ທົບ​ກັບ​ວຽກ​ງານ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 27 ຕຸລາ,​ຢູ່​ປັກ​ກິ່ງ,ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ບານ​ກີ​ມູນ ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ​ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ ຜູ່​ທີ່​ຈະ​ຮັບ​ຕຳ​ແຫນ່ງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະຊາ​ຊາດ​,ທ່ານ​ຫູ​ຈີນ​ທາວ ປະ​ທານ​ປະ​ເທດ​ຈີນ​ເວົ້າ​ວ່າ, ຈີນ​ຈະ​ປົກ​ປັກ​ຮັກສາ​ອິດ​ທິ​ພົນ​ແລະ​ບົດບາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ,​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫລັງ​ສະ​ຫນັບ​ສະ​ຫນູນ​ແລະ​ປະ​ສານ​ສົມ​ທົບ​ກັບ​ວຽກ​ງານ​ຂອງ​ເລຂາ​ທິການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ,ປະ​ກອບ​ສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ໃຫ້​ໂລກ​ມີ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ.

ທ່ານ​ຫູ​ຈີນ​ທາວ​ເວົ້າ​ວ່າ,ຄຽງ​ຄູ່​ກັບ​ສິ່ງ​ທ້າ​ທາຍ​ແລະ​ການ​ຂົ່ມ​ຂູ່​​ໃນ​ທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ໄດ້​ຝາກ​ຄວາມ​ຫວັງ​ຢ່າງ​ຫລວງ​ຫລາຍ​ໄວ້​ນຳ​ສະ​ຫະ​ປະຊາ​ຊາດ,ມີ​ເຈດ​ຈຳນົງ​ໃຫ້​ປະ​ຕິ​ບັດ​ລັດ​ທິ​ຫລາຍ​ຝ່າຍ, ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ສະ​ຫະ​ປະ​ຊາ​ຊາດ,ທັງ​ນີ້​ໄດ້​ກາຍ​ເປັນ​ຄວາມ​ຮັບ​ຮູ້​​ໂດຍ​ທົ່ວ​ໄປ​ຂອງ​ປະ​ຊາ​ຄົມ​ໂລກ​ແລ້ວ.ທ່ານ​ເວົ້າ​ວ່າ,ຈີນ​ໃນ​ຖານະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ຫມັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ແລະ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ກວ່າ​ຫມູ່,ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ກິດ​ຈະ ກຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ທຸກໆ​ຂົງ​ເຂດ​ຄື​ຄວາມ​ປອດ​ໄພ ການ​ພັດ​ທະ​ນາ​ແລະ​ສິດ​ທິ​ມະນຸດ​ດ້ວຍ​ທ່າ​ທີ​ຮັບ​ຜິດ​ຊອບ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ,ປົກ​ປັກ​ຮັກ​ສາ​ວັດ​ຖຸ​ປະ​ສົງ​ແລະ​ຫລັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະຊາ​ຊາດ.

ທ່ານ​ບານ​ກີ​ມູນ​ເວົ້າ​ວ່າ, ຈີນ​ມີ​ຜົນ​ສະ​ທ້ອນ​ອັນ​ຕັ້ງ​ຫນ້າ​ທີ່​ໃຫຍ່​ຫລວງ​ໃນ​ວຽກ​ງານ​ສາ​ກົນ, ທ່ານ​ຍິນ​ດີ​ປະ​ສານ​ງານ​ແລະ​ຮ່ວມ​ມື​ກັບ​ຈີນ​ຢ່າງ​​ແຫນ້ນ​ແຟ້ນ.