|
 |
(GMT+08:00)
2006-10-28 18:44:10
|
 |
ຈີນລົງນາມໃນສັນຍາການຮ່ວມມືຕ້ານໂຈນທະເລແລະການປຸ້ນຈີ້ເຮືອດ້ວຍກຳລັງອາວຸດໃນພາກພື້ນອາຊີ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 27 ຕຸລາ,ຢູ່ສິງກະໂປ,ຜູ່ຕາງຫນ້າຈີນໄດ້ລົງນາມໃນສັນຍາການຮ່ວມມືຕ້ານໂຈນທະເລແລະການປຸ້ນຈີ້ເຮືອດ້ວຍກຳລັງອາວຸດ ໃນພາກພື້ນອາຊີ.
ສັນຍາສະບັບນີ້ແມ່ນ 10 ປະເທດສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ຫລືອາຊຽນພ້ອມກັບຈີນ ຍີ່ປຸ່ນ ສ.ເກົາຫລີ ອິນເດຍ ສີລັງກາແລະບັງກຼາເດັດວາງອອກຢູ່ໂຕກຽວແຫ່ງຍີ່ປຸ່ນໃນວັນທີ 11 ພະຈິກປີ 2004,ແລະໄດ້ມີຜົນບັງຄັບໃຊ້ໃນວັນທີ 4 ກັນຍາປີນີ້.ຈຸດປະສົງຂອງສັນຍາດັ່ງກ່າວແມ່ນເພີ່ມທະວີການຮ່ວມມືຢູ່ພາກພື້ນອາຊີໃນການປ້ອງກັນແລະຕໍ່ຕ້ານກັບໂຈນທະເລແລະການປຸ້ນຈີ້ເຮືອດ້ວຍກຳລັງອາວຸດ, ມີຄວາມຫມາຍຕັ້ງຫນ້າຕໍ່ຄວາມປອດໄພເທິງທະເລຂອງພາກພື້ນອາຊີໂດຍສະເພາະແມ່ນຊ່ອງແຄບມາລາກາ.
ອີງຕາມສັນຍາສະບັບນີ້,ປະເທດທີ່ກ່ຽວຂ້ອງໄດ້ສ້າງຕັ້ງສູນແລກປ່ຽນຂໍ້ມູນຂ່າວສານຢູ່ສິງກະໂປ,ຮັບຜິດຊອບການລາຍງານການເຄື່ອນໄຫວຂອງໂຈນທະເລ,ສຳຫລວດເຫດການໂຈນທະເລແລະໃຫ້ປະເທດທີ່ເຊັນສັນຍານັ້ນຊົມໃຊ້ຂໍ້ມູນຂ່າວສານນຳກັນ.ປັດຈຸບັນໄດ້ມີ 14 ປະເທດລົງນາມໃນສັນຍານີ້ແລ້ວເຊິ່ງລວມທັງຈີນ.
|
|
|