|
 |
(GMT+08:00)
2006-10-29 17:42:57
|
 |
ຄັງສຳຮອງເງິນຕາຕ່າງປະເທດຂອງຈີນຈະບັນລຸເຖິງ1000ຕື້ໂດລາ
cri
Author: shuo
ຕາມຂ່າວສານຊິນຮວາ:ນັບມາຮອດທ້າຍເດືອນກັນຍາປີນີ້,ຄັງສຳຮອງເງິນຕາຕ່າງປະເທດຂອງຈີນໄດ້ບັນລຸ987ຕື້900ລ້ານໂດລາ,ອີງຕາມຈັງຫວະສະເລ່ຍໃນ9ເດືອນທຳອິດປີນີ້ ຄື ເພີ່ມຂຶ້ນ18ຕື້770ລ້ານໂດລາຕໍ່ເດືອນ,ຄັງສຳຮອງເງິນຕາຕ່າງປະເທດຂອງຈີນປະຈຸບັນນີ້ໄດ້ບັນລຸຫຼືຈະບັນລຸເຖິງ1000ຕື້ໂດລາໃນທ້າຍເດືອນຕຸລາ.
ຜູ້ຊ່ຽວຊານຊີ້ອອກວ່າ,ເຖິງວ່າມີຄັງສຳຮອງເງິນຕາຕ່າງປະເທດຫຼາຍໝາຍເຖິງກຳລັງແຫ່ງຊາດເຂັ້ມແຂງຂຶ້ນກໍຕາມ,ແຕ່ຖ້າວ່າອົງປະກອບຂອງຄັງສຳຮອງເງິນຕາຕ່າງປະເທດບໍ່ສົມເຫດສົມຜົນຫຼືເພີ່ມຂຶ້ນໄວໂພດ,ກໍຈະຫຼຸດປະສິດທິຜົນການນຳໃຊ້ເງິນຕາຕ່າງປະເທດໃຫ້ຕ່ຳລົງຢ່າງຫຼີກລ່ຽງບໍ່ໄດ້,ຈົນເຖິງຂັ້ນນຳເອົາການທ້າທາຍບໍ່ໜ້ອຍຕໍ່ການພັດທະນາເສດຖະກິດ.ຕໍ່ບັນຫາດັ່ງກ່າວ,ຈີນໄດ້ມີຄວາມເອົາໃຈໃສ່ໃນລະດັບສູງແຕ່ດົນແລ້ວ,ແລະໄດ້ສະແດງຢ່າງຈະແຈ້ງວ່າ,ຈະເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດເພີ່ມຂຶ້ນຊ້າລົງ,ນຳໃຊ້ຊັບພະຍາກອນເງິນຕາຕ່າງປະເທດຢ່າງບັງເກີດຜົນ,ແລະປັບປຸງການຄຸ້ມຄອງເງິນຕາຕ່າງປະເທດ.
|
|
|