ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-29 17:55:04    
ດາວ​ທຽມ​ວິທະຍຸ​ໂທລະພາບ​ຮຸ່ນ​ໃໝ່​ຂອງ​ຈີນ​ຍິງ​ສົ່ງ​ຂຶ້ນ​ສູ່​ທ້ອງ​ຟ້າ​ຢ່າງ​ສຳ​ເລັດ​ຜົນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ເວລາ 0 ​ໂມງ 20 ​ນາທີ​ຂອງວັນ​ທີ 29 ຕຸລາເວລາ​ປັກ​ກິ່ງ, ດາວ​ທຽມ​ວິ​ທະ​ຍຸ​ໂທລະພາບ "ຊິ່ນ​ໂນ້​​ເລກ​ສອງ" ທີ່​ມີ​ຄວາມ​ແຮງ​ໃຫຍ່ຮຸ່ນ​ໃໝ່​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອົາ​ເອງ ​ໄດ້​​ໃຊ້​ລູກ​ສອນ​ໄຟ​ຍານ​ສົ່ງ "ສາງ​ເຈິ່ງ​ເລກ​ສາມ ​ຂ." ຍິງ​ສົ່ງ​ຂຶ້ນ​ສູ່​ທ້ອງ​ຟ້າ​ຢູ່​ສູນ​ຍິງ​ສົ່ງ​ດາວ​ທຽມ​ຊີ່​ຊ່າງ ທາງ​ພາກ​ຕາ​ເວັນ​ຕົກ​ຂອງຈີນ​ຢ່າງ​ສຳ​ເລັດ​ຜົນ. ດາວ​ທຽມ​ດັ່ງ​ກ່າວ​ຕົ້ນ​ຕໍ​​ແມ່ນ​ຮັບ​ໃຊ້​ຜູ່​ໃຊ້​ລະບົບ​ວິທະຍຸ​ໂທລະພາບ​ແລະ​ສາຍ​ກວ້າງ​ດີ​ຈີ​ຕອນ​ຂອງ​ເຂດ​ໃນ​ ​ຮົງ​ກົງ ມາ​ກາວ​ແລະໄຕ້​ຫວັນຂອງ​ຈີນ.

ລູກ​ສອນ​ໄຟ​ຍານ​ສົ່ງ "ສາງ​ເຈິ່ງ​ເລກ​ສາມ ຂ." ທີ່​ໃຊ້​ໃນ​ການ​ຍິງ​ສົ່ງ​ດາວ​ທຽມ​ດັ່ງ​ກ່າວ​ແມ່ນ​ຄົ້ນຄວ້າ​ຜະລິດ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກ​ໂນ​ໂລ​ຢີລູກ​ສອນ​ໄຟ​ຍານ​ສົ່ງ​ຂອງ​ຈີນ. ການ​ຍິງ​ສົ່ງ​ເທື່ອ​ນີ້​ແມ່ນ​ເທື່ອ​ທີ 93 ຂອງ​ລູກ​ສອນ​ໄຟ​ຍານ​ສົ່ງ​ລະບົບ​ສາງ​ເຈິ່ງ. ຕາມ​ຜູ່​ຊ່ຽວ​ຊານ​ແນະ​ນຳ​ວ່າ, ຄວາມ​ສາມາດ​ບັນທຸກ​ຂອງ​ລູກ​ສອນ​ໄຟ​ຍານ​ສົ່ງ​ລະບົບ​ "ສາງ​ເຈິ່ງ​ເລກ​ສາມ" ສາ​ມາດ​ປົກ​ຫຸ້ມ​ມວນ​ສານ​ຂອງດາວ​ທຽມ​ປະຍຸກ​ສ່ວນຫຼາຍທີ່​ສຸດຂອງ​ໂລກ, ລະ​ດັບ​ເຕັກ​​ໂນ​ໂລ​ຢີ​ໄດ້​ກ້າວ​ເຂົ້າ​ສູ່​ລະດັບ​ກ້າວໜ້າ​ໃນ​ຂົງ​ເຂດ​ການ​ບິນ​ອະ​ວະ​ກາດ​ຂອງ​ໂລກ.