ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-29 18:50:56    
ວິ​ກິດ​ການ​ຕົວ​ປະກັນ​ປາ​ເລັສຕິນ​ອິສ​ຣາ​ແອນ​ມີ​ຫວັງ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 28 ຕຸລາ, ຄະນະ​ກຳມະການປະຊາຊົນ​ຕໍ່ຕ້ານ ​ເຊິ່ງ​ແມ່ນ​ກອງ​ປະ​ກອບ​ອາ​ວຸດ​ປາ​ເລັສຕິນທີ່​ເຂົ້າຮ່ວມ​ການ​ລັກ​ພາ​ຕົວ​ທະຫານ​ອິສຣາ​ແອນ​ຜູ່​ໜຶ່ງ​ນັ້ນກ່າວ​ວ່າ, ກອງ​ປະ​ກອບ​ອາ​ວຸດ 3 ກອງ​ທີ່​ເຂົ້າຮ່ວມ​ການ​ລັກ​ພາ​ຕົວ​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ທີ່​ປ່ອຍ​ທະ​ຫານ​ອິສ​ຣາ​ແອນ​ທີ່​ຖືກ​ລັກ​ພາ​ຕົວ​ເຊິ່ງ​ແມ່ນ​ເອຢິບ​ສະ​ເໜີ​ອອກ, ວິ​ກິດ​ການ​ຕົວ​ປະກັນ​ປາ​ເລັສ​ຕິນ​ອິສ​ຣາ​ແອນ​ທີ່​ຍືດ​ເຍືອ​ມາ​ເປັນ​ເວລາ 4 ​ເດືອນ​ມີ​ຫວັງ​ຈະໄດ້​ຮັບ​ການ​ແກ້​ໄຂ​ໃນ​ບໍ່​ເທົ່າ​ໃດ​ມື້​ຕໍ່​ໜ້າ​ນີ້.

ນອກ​ນີ້​ຂ່າວ​ແຈ້ງວ່າ, ມື້​ດຽວ​ກັນ ທ່ານ​ໂອຊາ​ມາ ອານ ມູຈາ​ຍນີ ຜູ່​ນຳ​ຜູ່​ໜຶ່ງ​ຂອງອົງ​ການ​ຮາ​ມາສ​ກ່າວ​ວ່າ, ການ​ເຈລະຈາ​ກ່ຽວ​ກັບ​ວິ​ກິດ​ການຕົວ​ປະກັນປາ​ເລັສຕິນ​ອິສ​ຣາ​ແອນ​ໄດ້​ມີ​ຄວາມ​ຄືບ​ໜ້າ, ​ແຕ່​ກໍ​ບໍ່​ໝາຍ​ຄວາມ​ວ່າ ບັນຫາ​ນີ້​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ທັນ​ທີ.

ທ້າຍ​ເດືອນ​ມິຖຸນາ​ປີ​ນີ້, ກອງ​ປະກອບ​ອາວຸດ 3 ກອງ ​ເຊິ່ງລວມທັງ​ອົງການ​ຮາ​ມາສ​ແລະ​ຄະ​ນະ​ກຳ​ມະການ​ປະຊາຊົນ​ຕໍ່ຕ້ານ​ໄດ້ຫຼອນ​ໂຈມ​ຕີ​ປົດ​ຍາມ​ແຫ່ງ​ໜຶ່ງ​ຂອງ​ທະ​ຫານ​ອິສ​ຣາ​ແອນ​ປະ​ຈຳ​ກາຊາ, ​ແລະ​ລັກ​ພາ​ຕົວ​ທະຫານ​ອິສຣາ​ແອນ​ຜູ່​ໜຶ່ງ. ພາຍ​ຫຼັງ​ມາ, ກອງ​ທະ​ຫານ​ອິສ​ຣາ​ແອນ​ໄດ້​ໃຊ້​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຂະໜາດ​ໃຫຍ່​ຢູ່​ກາ​ຊາ.