ອົງການການຄ້າໂລກເຫັນວ່າ,ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາພາຍຫຼັງເຂົ້າຮ່ວມອົງການການຄ້າໂລກແລ້ວ
cri
Author: shuo
ຕາມຂ່າວCRI:ວັນທີ28ຕຸລາ,ໃນເວລາໃຫ້ສຳພາດຕໍ່ໜັງສືພິມເລີ ເທັມສ໌ຂອງສວິສ,ທ່ານປາສຄານ ລາມີ ຜູ້ອຳນວຍການໃຫຍ່ອົງການການຄ້າໂລກກ່າວວ່າ,ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາທີ່ໄດ້ໃຫ້ໃນເວລາເຂົ້າຮ່ວມອົງການການຄ້າໂລກໃນປີ2001.
ທ່ານລາມີເຫັນວ່າ,ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງຕົນໃນດ້ານຫຼຸດພາສີແລະໄຂປະຕູຕະຫຼາດພາຍໃນປະເທດ.ທ່ານຊີ້ອອກວ່າ,ຈີນມີສິດທໍ່ກັນກັບສະມາຊິກອື່ນໆຂອງອົງການການຄ້າໂລກ,ແຕ່ໃນປະຈຸບັນນີ້ພັດມັກຖືກແຮງກົດດັນຈາກອາເມລິກາແລະສະຫະພາບເອີລົບ.
ບຸກຄົນຂອງອົງການການຄ້າໂລກເຜີຍໃຫ້ຮູ້ວ່າ,ຫວ່າງມໍ່ໆນີ້,ໃນກອງປະຊຸມຂອງອົງການການຄ້າໂລກ,ອາເມລິກາແລະສະຫະພາບເອີລົບໄດ້ຕິຕຽນຈີນບໍ່ໄດເຜີຍໃຫ້ຮູ້ການເກື້ອກູນບາງຢ່າງ,ແລະບໍ່ໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ.
|
|