ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-30 18:05:00    
ນາຍົກ​ລາວ​ຕີ​ລາ​ຄາ​ສູງ​ຕໍ່​ໝາກ​ຜົນ​ທີ່​ໄດ້​ຮັບ​ໃນ 15 ປີ​ຂອງ​ການ​ເປັນ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຈີນ​ອາ​ຊຽນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 30 ຕຸລາ ຢູ່​ເມືອງ​ໜານ​ໜິງ​ເຂດ​ກວາງຊີຈີນ, ທ່ານ​ບົວ​ສອນ ບຸບ​ຜາ​ວັນ ນາ​ຍົກລັດຖະມົນຕີລາວທີ່​ເດີນທາງ​ໄປ​ເມືອງ​ໜານ​ໜິງ​ເພື່ອ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ລະ​ລຶກ​ການ​ສ້າງ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ຈີນອາຊຽນຄົບຮອບ 15 ປີນັ້ນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ພວກ​ເຮົາ, ທ່ານ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນທີ່​ໄດ້​ຮັບ​ໃນ 15 ປີ​ຂອງ​ການ​​ເປັນ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຈີນ​ອາ​ຊຽນ.

ທ່ານ​ບົວ​ສອນ ບຸບຜາ​ວັນ​ກ່າວ​ວ່າ, ​ໃນ 15 ປີຜ່ານມາ, ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ສອງ​ຝ່າຍ​ໄດ້​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ໃນ​ດ້ານ​ການ​ເມືອງ​ແລະ​ຄວາມ​ປອດ​ໄພ, ​ແລະ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ສອງ​ຝ່າຍ​ທີ່​ສ້າງ​ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ, ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ພາກ​ພື້ນ​ນີ້. ອາ​ຊຽນ​ຍຶດ​ໝັ້ນ​ຫຼັກ​ການ​ຈີນ​ດຽວ, ​ແລະ​ຮັບ​ຮອງ​ຈີນ​ມີ​ຖານະ​ເສດຖະກິດ​ຕະ​ຫຼາດ​ທີ່​ສົມ​ບູນ.

ທ່ານ​ກ່າວ​ວ່າ, ອາຊຽນສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຈີນ​ທີ່ສະໜັບສະ​ໜູນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດນຳ​ທາງ​ໃນ​ວຽກ​ງານ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ, ​ແລະ​ກໍ່​ຍ້ອງ​ຍໍ​ຈີນ​ທີ່​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກພື້ນ​ນີ້. ຈີນ​ແມ່ນ​ບ້ານ​ໃກ້​ເຮືອນຄຽງທີ່​ດີ ​ເພື່ອນ​ມິດ​ທີ່​ດີ​ແລະ​ໝູ່​ຄູ່​ທີ່​ດີ​ຂອງອາຊຽນ​ຈົນ​ເທົ່າ​ໃດໆ.