ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-30 18:57:01    
ອົງການ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ໄທ​ຕັ້ງ​ໜ້າ​ຕີ​ລາ​ຄາ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ​ອາ​ຊຽນ

cri Author: lm
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ສູນ​ວິ​​ໄຈກະສິກອນ​​ໄທ ​ເຊິ່ງ​ແມ່ນ​ອົງ​ການ​ຄາດ​ຄະ​ເນ​ເສດຖະກິດ​ທີ່​ມີ​ອິດ​ທິພົນ​ຂອງ​ໄທ​ໄດ້​ປະກາດ​ບົດ​ວິຈານເຫັນ​ວ່າ, ​ໃນ 15 ປີ​​ທີ່​ສ້າງ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ຈີນອາຊຽນ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ພັດທະນາ​ຂອງ​ຈີນ​ແລະ​ປະ​ເທດອາຊຽນ, ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ແໜ້ນ​ແຟ້ນ. ປັດຈຸບັນ ຈີນ​ບໍ່ພຽງ​ແຕ່​ແມ່ນ​ຕະ​ຫຼາດ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ອາຊຽນ​ເທົ່າ​ນັ້ນ, ​ແລະ​ກໍ​ຈະ​ມີ​ບົດບາດ​ສຳ​ຄັນ​ກວ່າ​ເກົ່າ​ໃນ​ຕະ​ຫຼາດ​ສົ່ງ​ອອກ​ຂອງ​ອາ​ຊຽນ​ໃນ​ອະນາຄົດ​ອີກ​ດ້ວຍ, ນີ້​ມີ​ຜົນ​ດີ​ຕໍ່​ປະ​ເທດ​ອາ​ຊຽນ​ທີ່​ຫຼຸດ​ຜ່ອນ​ການ​ອາ​ໄສ​ຕໍ່​ຕະ​ຫຼາດອາ​ເມ​ລິ​ກາ ສະຫະພາບ​ເອີ​ລົບ​ແລະ​ຍີ່ປຸ່ນ.