ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-30 20:51:41    
ທ່ານ​ເວີ່ນ​ເຈ່ຍ​ປາວ​ພົບ​ປະ​ກັບ​ຜູ້​ນຳ​ຂອງ​ປະ​ເທດ​ສະ​ມາ​ຊິກ​​ສ່ວນ​ໜຶ່ງ​ຂອງ​ອາ​ຊຽນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ30​ຕຸລາ,ຢູ່​​ເມືອງ​ນານ​ນີງຂອງ​ຈີນ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະ ມົນຕີຈີນ​ໄດ້​​ແຍກອອກພົບ​ປະກັບ​ນາງ​​ໂກຼ​ເລຍ ມາ​ກາ​ປາການ ອາ​ໂຣ​ໂຢ ປະທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ທ່ານຫຼີຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ ທ່າ​ນຊູຊີ​ໂລ ບຳບາງ ຢຸດ​ໂຮ​​ໂຢ​ໂນ ນາຍົກລັດຖະມົນຕີອິນ​ໂດ​ເນ​ເຊຍ ທ່ານ​ດາ​ຕຸກ ອາບ​ດູ​ນລາ ຮາ​ຈີ ອາຣ໌ມາດ ບາ​ດາ​ວີ ນາຍົກລັດຖະມົນຕີມາ​ເລ​ເຊຍ​ແລະ​ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ.

​ໃນ​ການ​ພົບ​ປະ,ທ່ານ​​ເວີ່ນ​ເຈ່ຍ​ປາວ​ກັບ​ຜູ້ນຳ​ຂອງ​ຫ້າ​ປະ​ເທດດັ່ງກ່າວ​ໄດ້​ຕີ​ລາຄາສູງ​ຕໍ່​ການ​ຂະຫຍາ​ຍຕົວ​ອັນ​ດີງາມ​ຂອງ​ການ​ພົວພັນ​ຈີນ​ກັບ​ອາ​ຊຽນ​,​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,ຍິນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ,​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ແລະ​​ເພື່ອນມິດ​ທີ່​ດີ​ຈົນ​ເທົ່າ​ໃດໆ.

​ໃນ​ການ​ພົບ​ປະ,ຜູ້ນຳ​ຂອງ​ຫ້າ​ປະ​ເທດດັ່ງກ່າວ​ກ່າວ​ວ່າ,ກອງ​ປະຊຸມ​ສຸດ​ຍອດ​ລະ​ລຶກຈີນ​ອາ​ຊຽນ​ແມ່ນ​ກອງ​ປະ​ຊຸມ​ອັນ​ສຳຄັນ​ທີ່​ສືບ​ທອດອັນ​ກ່ອນ​ຕໍ່​ອັນ​ລຸນ.ຝ່າຍ​ຕ່າງໆ​​ໄດ້​ໃຫ້​ຄວາມ ເອົາ​ໃຈ​ໃສ່​ໃນລະດັບ​ສູງ,ຍິນ​ດີ​ພ້ອມ​ກັນ​ຮ່ວມ​ມື,ຮັບປະກັນ​ໃຫ້​ກອງ​ປ​ະຊຸມ​ສຸດ​ຍອດໄດ້ຮັບ​ຜົນສຳ​ເລັດ,​ແລະ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ກັບ​ອາຊຽນຂຶ້ນສູ່ລະດັບ​ໃໝ່​ອີກ.