ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-30 21:19:27    
ກອງ​ປະ​ຊຸມ​ສຸດ​ຍອດ​ລະ​ລຶກ​ຈີນ​-​ອາ​ຊຽນ​ໄດ້​ຮັບ​ໝາກ​ຜົນ​ອັນ​ສຳ​ຄັນ

cri Author: shuo

ຕາມ​ຂ່າວCRI:ກອງ​ປະຊຸມ​ສຸ​ດຍອດ​ລະ​ລຶກຈີນ​ການສ້າງ​​ເປັນ​ປະ​ເທດ​ຄູ່​ເຈລະ​ຈາ​ຈີນ​ອາ​ຊຽບ​ຄົບຮອບ15​ປິ​​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ນານ​ນີງຂອງ​ຈີນ​​ແລະໄດ້​ສິ້ນສຸດ​ລົງໃນ​ຕອນ​ບ່າຍ​ວັນ​ທີ​30​ຕຸລາ.ຜູ້ນຳ​ຂອງ​ຈີນ​ແລະປະ​ເທ​ດສະມາຊິກ​ຕ່າງໆ​ຂອງອາ​ຊຽນ ທີ່​ຮ່ວມ​ປະຊຸມ​ໄດ້​ພ້ອມ​ກັນ​ພົບ​ປະກັບ​ນັກ​ຂ່າວ​ຂອງ​ຈີນ​ແລ​ະຕ່າງປະ​ເທດ.ຜູ້ນຳ​ຂອງ​ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ໄດ້​ຮັບ​ໝາກ​ຜົນ​ອັນ​ສຳຄັນ.


ໃນ​ເວລາ​ພົບ​ປະກັບ​ນັກ​ຂ່າວ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ແລະ​ນາງ​ໂກຼ​ເລຍ ມາ​ກາ​ປາການ ອາ​ໂຣ​ໂຢ ປະທານາທິບໍດີ​ຟິລິບ​ປິນ ປະ​ເທດ​ປະທານ​ຕາມ​ຮອບ​ໝູນວຽນ​ຂອງ​ອາ​ຊຽນກ່າວ​ວ່າ,ກອງ​ປ​ະຊຸມ​ສຸດ​ຍອດ​ເທື່ອ​ນີ້​ແມ່ນ​ງານ​ໃຫຍ່​ໂຕ​ມະ​ໂຫລານ​ຄັ້ງໜຶ່ງ​ທີ່​ສືບອັນ​ກ່ອນ​ຕໍ່​ອັນ​ລຸນ​ແລະ​ມີ​ຄວາ​ມໝາຍ​ຄັ້ງປະຫວັດ​ສາດ,​ແລະ​ຈະ​​ເຮັດ​ໃຫ້​ການ​ພົວພັນ​ຈີນ​ກັບ​ອາ​ຊຽນກ້າວ​ເຂົ້າສູ່​ໄລຍະຂະ​ຫຍາຍ​ຕົວ​ທີ່​​ເຂັ້ມ​ແຂງ​ກວ່າ​ເກົ່າ ​ເລິກ​ເຊິ່ງກວ່າ​ເກົ່າ​ແລະ​ມີ​ພະລັງ​ຊີວິດຫຼາຍກວ່າ​ເກົ່າ.

​ໃນ​ກອງ​ປະຊຸມ​ເທື່ອ​ນີ້,ຜູ້ນຳ​ຂອງ​ຈີນ​ແລະ​​ປະ​ເທດສະມາຊິກ​ຂອງ​ອາ​ຊຽນຍັງ​ໄດ້​ປຶກ​ສາ​ຫາ​ລື​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​ສົນ​ໃຈ​ນຳ​ກັນ,​ແລະ​ໄດ້​ກ້າວ​ເຖິງຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ ຄື ການ​ຈັດ​ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້ນຳ​ປະ​ເທດອາຊີ​ຕາ​ເວັນ​ອອກ​ຢູ່​ຟິລິບ​ປິນ​ໃນ​ທ້າຍ​ປີ​ນີ້​ແລະ​ການ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍເປັນຕົ້ນ.