ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-30 21:28:05    
ຜູ້​ນຳ​ຂອງ​ຈີນ​ແລະ​ອາ​ຊຽນ​ເປັນ​ເອ​ກະ​ສັນ​ກັນ​ໃຫ້​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ ດ້ວຍ​ພາ​ຫະ​ນະ​ການ​ທູດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ30​ຕຸລາ,ຢູ່​ເມືອງ​ນານ​ນີງ ພາກ​ຕາ​ເວັນຕົກ​ສຽງ​ໃຕ້​ຂອງ​ຈີນ,​ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນ​ຕີ​ຈີນ​ແລະ​ນາງ​ໂກຼ​ເລຍ ມາ​ກາ​ປາ​ການ ອາ​ໂຣ​ໂຢ ປະ​ທາ​ນາ​ທິ​ບໍ​ດີ​ຟິລິບ​ປິນ ປະ​ເທດ​ປະທານ​ຕາມ​ຮອບ​ໝູນວຽນ​ຂອງອາ​ຊຽນທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ລະ​ລຶກຈີນ​ອາຊຽນ​ໄດ້ພົບ​ປະ​ນັກ​ຂ່າວ​ແລະກ່າວ​ວ່າ,​ຈີນ​ແລະ​ປະ​ເທດ​ສະມາຊິກ​ຕ່າງໆ​ຂອງອາ​ຊຽນ​ເປັນ​ເອກະສັນ​ກັນ​ມີ​ເຈດ​ຈຳນົງ​ໃຫ້​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ​ໂດຍ​ຜ່ານ​ຄວາມ​ພະຍາ​ຍາມ​ທາງ​ການ​ທູດ.

ທ່ານ​​ເວີ່​ນ​ເຈ່ຍ​ປາວ​ເວົ້າວ່າ,ຜູ້ນຳ​ຂອງ​ຈີນ​ແລະປະ​ເທດ​ສະມາຊິກ​ຕ່າງໆ​ຂອງອາ​ຊຽນ​ເປັນ​ເອກະສັນ​ກັນ​ມີ​ເຈດ​ຈຳນົງ​ໃຫ້​ແຫຼມ​ເກົາຫຼີປອດ​ນິວ​ເຄຼຍ,ຮຽກຮ້ອງ​ໃຫ້ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ສືບ​ຕໍ່​ຍຶດໝັ້ນ​ເປົ້າໝາຍ​ທີ່​ໃຫ້​ແຫຼມ​ເກົາຫຼີບັນລຸ​ການ​ປອດ​ນິວ​ເຄຼຍ​ທີ່​ຕົກ​ລົງກັນ​ໃນ​ຖະ​ແຫຼງ​ການ​ຮ່ວມ"19ກັນຍາ"ທີ່​ເຊັນ​ກັນ​ໃນ​ປີ2005​,​ແລະ​ຈັດການ​ເຈລະຈາ​ຫົກ​ຝ່າຍ​ຄືນ​ໃໝ່​ໂດຍ​ໄວ.

ນາງ​ອາ​ໂຣ​ໂຢ ປະທານາທິບໍດີ​ຟິລິບ​ປິນສະ​ແດງ​ຄວາມ​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ,ພ້ອມ​ກັນນັ້ນ,ນາງ​ພ້ອມ​ທັງ​ກ່າວ​ວ່າ,​ເນື່ອງ​ຈາກ​ສະ​ຖານະ​ການ​ປະຈຸ​ບັນ​ຂອງ​ແຫຼມ​ເກົາຫຼີ,​ຝ່າຍຕ່າງໆ​ທີ່​ຮ່ວມ​ປະຊຸມ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ພ້ອມ​ກັນ​ພະຍາຍາມ​ເພື່ອ​​ແກ້​ໄຂບັນ​ຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ​ດ້ວຍ​ວິທີ​ການ​ທູດ.