ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-31 18:19:19    
ຜູ່​ແທນຈີນບັນຍາຍຫຼັກ​ໝັ້ນ​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ນິວ​ເຄຼຍ

cri Author: lm

ຕາມຂ່າວສານຊິນຮວາ: ວັນທີ 30 ຕຸລາ, ກອງ​ປະຊຸມ "ການ​ລິ​ເລີ່​ມ​ຕ້ານລັດທິ​ກໍ່​ການ​ຮ້າຍ​ນິວ​ເຄຼຍ​ທົ່ວ​ໂລກ" ຄັ້ງປ​ະຖົມມະ​ເລີກ​ໄດ້​ຈັດ​ຂຶ້ນຢູ່ຣາບັດ ນະຄອນຫຼວງຂອງມາຣົກ. ມື້​ດຽວ​ກັນ ທ່ານ​ຈ່າງ​ອຽນ ຜູ່​ແທນ​ຈີນ ຫົວໜ້າ​ກົມຄວບ​ຄຸມ​ກຳລັງ​ລົບ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ບັນ​ຍາຍ​ຫຼັກ​ໝັ້ນ​ຕ້ານລັດທິ​ກໍ່​ການ​ຮ້າຍ​ນິວ​ເຄຼຍ​ໃນ​ກອງ​ປະ​ຊຸມ.

ທ່ານ​ຈ່າງ​ອຽນ​ກ່າວ​ເນັ້ນວ່າ, ຍາມ​ໃດຈີນ​ກໍ່​ເດັດດ່ຽວ​ຄັດຄ້ານ​ລັດທິ​ກໍ່​ການ​ຮ້າຍ​​ທຸກ​ຮູບ​ແບບ, ສະໜັບສະໜູນວັດຖຸ​ປະສົງ​ແລະ​ເປົ້າໝາຍຂອງ "ການ​ລິ​ເລີ່​ມ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ນິວ​ເຄຼຍ​ທົ່ວ​ໂລກ", ມີ​ເຈດ​ຈຳນົງວ່າ ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ​ຄວນ​ຈຳ​ກັດ​ຢ່າງ​ເຄັ່ງ​ຄັດ​ຢູ່​ໃນ​ຂອບ​ເຂດ​ທີ່​ຕໍ່ຕ້ານການ​ເຄື່ອນ​ໄຫວ​ນິວ​ເຄຼຍຂອງ​ພວກ​ກໍ່​ການ​ຮ້າຍ.

ທ່ານ​ຈ່າງ​ອຽນ​ເຫັນ​ວ່າ, "ການ​ລິ​ເລີ່​ມ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ທົ່ວ​ໂລກ" ຄວນ​ຍຶດ​ໝັ້ນ​ປະ​ເທດ​ຄູ່​ຮ່ວມ​ມື​ຕ່າງໆ​ປະຕິບັດ​ຕາມ​ກົດໝາຍ​ພາຍ​ໃນ​ປະ​ເທດ​ຕົນ​ແລະ​ກົດ​ໝາຍ​ລະ​ຫວ່າງ​ຊາດ ບົນ​ພື້ນຖານ​ສະໝັກ​ໃຈ. ​ໃນ​ເວລາ​ຕ້ານລັດທິ​ກໍ່​ການ​ຮ້າຍ​ນິວ​ເຄຼຍ, ຕ້ອງ​ລະ​ມັດ​ລະ​ວັງ​ໃນ​ເວລາ​ໃຊ້​ມາດ​ຕະການ​ເສດຖະກິດ​​ແລະ​ການ​ເງິນ.