ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-31 18:23:14    
ແຕ່ປີໜ້າເປັນຕົ້ນໄປ ຈີນຈະ​ມອບ​ສິດ​ໃນ​ການ​ກວດ​ກາ​ອະ​ນຸ​ມັດ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ຄືນ​ໃຫ້​ສານ​ປະ​ຊາ​ຊົນ​ສູງ​ສຸດ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 31 ຕຸລາ, ອົງການ​ນິຕິບັນຍັດ​ຈີນ​ໄດ້​ສຳ​ເລັດ​ການ​ປັບປຸງ "ກົດ​ໝາຍ​ວ່າ​ດ້ວຍ​ການຈັດຕັ້ງສານ​ປະຊາຊົນ​", ​ໄດ້​ປະຕິ​ຮູບ​ວຽກ​ງານ​ໃນ​ປັດຈຸບັນ​ທີ່​ສານ​ຂັ້ນ​ສູງ​ໃຊ້​ສິດ​ກວດກາ​ອະນຸມັດ​ຄະດີ​ທີ່ລົງ​ໂທດ​ປະຫານ​ຊີວິດສ່ວນ​ໜຶ່ງ​ແລ້ວ, ​ມອບ​ສິດ​ກວດ​ກາ​ອະ​ນຸ​ມັດ​ຄະ​ດີ​ທີ່​ລົງ​ໂທດ​ປະຫານ​ຊີວິດນັ້ນຄືນ​ໃຫ້​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຢ່າງ​ເປັນ​ເອ​ກະ​ພາບ. ກົດໝາຍ​ສະບັບ​ປັບປຸງ​ຈະ​ເລີ່​ມມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1 ມັງ​ກອນ​ປີ​ໜ້າ​ເປັນ​ຕົ້ນ​ໄປ.

​ເນື່ອງ​ຈາກ​ການ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​​ໄດ້ສົ່ງ​ຜົນ​​ໂດຍ​ກົງ​ຕໍ່ຊີວິດ​ ​ເຊິ່ງ​ແມ່ນ​ສິດ​ທິ​ສູງ​ສຸດຂອງມະນຸດ, ວົງ​ການ​ກົດໝາຍ​ຂອງ​ຈີນ​ເຫັນ​ວ່າ, ​ໃຕ້​ສະພາບ​ແຫ່ງ​ຊາດ​ຈີນ​ໃນ​ປັດ​ຈຸ​ບັນ ທີ່​​ເຄົາລົບ​ກົດໝາຍ​ໂດຍ​ລວມຍັງ​ບໍ່ທັນ​ສູງ​ປານ​ໃດ ລະດັບ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສານ​ທຸກ​ຂັ້ນ​ຍັງ​ບໍ່​ສະ​ໝ່ຳສະ​ເໝີ​ກັນນັ້ນ, ​ມອບ​ສິດກວດກາ​ອະນຸມັດ​ການ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ຄືນ​ໃຫ້​ສານ​ສູງ​ສຸດ, ສາມາດ​ຍົກ​ລະດັບ​ປະຕິບັດ​ກົດ​ມາຍ​ທີ່​ກ່ຽວ​ຂ້ອງ​ໃຫ້​ສູງ​ຂຶ້ນ, ຫຼຸດ​ອັດ​ຕາ​​​ການ​ຕັດ​ສິນ​ລົງ​ໂທດ​ທີ່​ຜິດພາດ, ຮັບ​ປະກັນ​ຄວາມ​ລະ​ອຽດ​ຮອບ​ຄອບ​ແລະ​ຄວາມ​ທ່ຽງ​ທຳ​ຂອງ​ການ​ຕັດ​ສິນ​ລົງ​ໂທດ​ປະຫານ​ຊີວິດ.