ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-31 18:51:42    
ງານ​ມະ​​ໂຫລານ​ເສດຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງ

cri Author: lm


ທ່ານເວິນເຈ່ຍປາວ ນາຍົກລັດຖະມົນຕີຈີນກ່າວຄຳປາໄສ

ຕາມ​ຂ່າວ CRI: ວັນ​ທີ 31 ຕຸລາ, ງານ​​ວາງສະ​ແດງ​ສິນຄ້າຫຼືເອັກສ໌​ໂປ​​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນຈີນ​ອາ​ຊຽນຄັ້ງທີ 3 ​ໄດ້ຈັດ​ຂຶ້ນຢູ່​ເມືອງ​ໜານ​ໜິງ​ເຂດ​ກວາງ​ຊີ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ທ່ານ​ເວິນ​ເຈ່ຍ​ປາວ ນາຍົກລັດ​ຖະ​ມົນ​ຕີ​ຈີນ​ແລະ​ຜູ່​ນຳ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ​ເຊັ່ນ ນາງ​ໂກຼ​ເຣຍ ມາ​ຄາ​ປາການ ອາ​ໂຣ​ໂຢ ປະ​ທາ​ນາ​ທິ​ບໍ​ດີ​ຟິລິບ​ປິນ ປະ​ເທດ​ປະທານ​ຕາມ​ຮອບ​ໝູນວຽນ​ຂອງອາ​ຊຽນ​​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ສອງ​ກອງ​ປະ​ຊຸມ​ດັ່ງກ່າວ.


ທ່ານເວິນເຈ່ຍປາວກ່າວຄຳປາໄສໃນກອງປະຊຸມ

​ໃນ​ພິທີ​ໄຂ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນ, ທ່ານ​ເວິນ​ເຈ່ຍ​ປາວກ່າວ​ວ່າ, ງານ​ເອັກ​ສ໌​ໂປ​ຈີນ​ອາ​ຊຽນ​ໄດ້​ສ້າງ​ເວທີ​​ໃຫ້​ສອງຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຮ່ວມ​ມື​ກັນ​ແລະ​ພັດ​ທະນາ​. ທ່ານ​ເວິນ​ເຈ່ຍ​ປາວ​ຍັງ​ຫວັງ​ໃຫ້​ຈີນ​ແລະ​ອາ​ຊຽນສືບ​ຕໍ່​ພະ​ຍາ​ຍາມ, ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້ການ​ຄ້າ​ລະຫວ່າງ​ສອງ​ຝ່າຍມີ​ມູນ​ຄ່າ​ຫຼາຍ​ກວ່າ 200 ຕື້​ໂດ​ລາ​ເມື່ອ​ຮອດ​ປີ 2010.


ນາງອາໂຣໂຢ ປະທານາທິບໍດີຟິລິບປິນກ່າວຄຳປາໄສໃນກອງປະຊຸມ

​ໃນ​ພີ​ທີ​ໄຂ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນ, ນາງ​ອາ​ໂຣ​ໂຢ ປະທານາທິບໍດີ​ຟິ​ລິບ​ປິນ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ, ປະ​ເທດ​ສະມາຊິກ​ອາ​ຊຽນມາ​ລົງທຶນ​ຢູ່​ຈີນ​ນັບ​ມື້​ນັບ​ຫຼາຍ, ອາ​ຊຽນ​ກໍ່​ຫວັງ​ໃຫ້​ຈີນ​ລົງ​ທຶນ​ຢູ່​ປະ​ເທດ​ສະມາຊິກ​ອາ​ຊຽນຫຼາຍກວ່າ​ເກົ່າ​.

1  2