ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-31 19:10:20    
ຈີນ​ອາ​ຊຽນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ຢາ​ເສບ​ຕິດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ30​ຕຸລາ,​ໃນ​ກອງ​ປະຊຸມຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນພາຍຫຼັງກອງ​ປະ​ຊຸມ​ສຸດ​ຍອດ​ລະ​ລຶກ​ຂອງ​ຈີນ​ອາ​ຊຽນ​ສິ້ນ​ສຸດ​ລົງ​ແລ້ວ,ທ່າ​ນຊິນ​ກ່າງ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ,​ທ່ານ​ໂຊ​ວິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມຽນ​ມາ​ສະ​ເໜີ​ໃຫ້​ອາ​ຊຽນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ການ​ຕ້ານ​ຢາ​ເສບ​ຕິດ,​ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ມີ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ຕໍ່​ເລື່ອງ​ນີ້.​ຝ່າຍ​ຈີນ​ເຫັນ​ວ່າ,​ຈີນ​ແລະ​ມຽນ​ມາ​ລ້ວນ​ແຕ່​ແມ່ນ​ປະ​ເທດ​​ໄດ້​ຮັບ​ເຄາະ​ຮ້າຍ​ຍ້ອນ​ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ,​ການ​ໃຊ້​ມາດ​ຕະ​ການ​ໃຫ້​ມຽນ​ມາ​ແລະ​ປະ​ເທດ​ສະ​ມາ​ຊິກ​ອື່ນ​ຂອງ​ອາ​ຊຽນບໍ່​ຖືກຢາ​ເສບ​ຕິດທຳຮ້າຍນັ້ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຈີນ;ຝ່າຍ​ຈີ​ນຍິນ​ດີ​ດຳ​ເນີນ​ການ​ຮ່ວມ​ມືກັບ​ອາ​ຊຽນ​ໃນ​ການ​ຕ້ານ​ຢາ​ເສບ​ຕິດ.

ພ້ອມ​ກັນນັ້ນ,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນຂໍ້​ມູນ​ຂ່າວ​ສານ​ການ​ຄຸ້ມ​ຄອງ​ກວດ​ກາ​ຊາຍ​ແດນ​ກັບປະ​ເທດ​ສະມາຊິກ​ອາ​ຊຽນ,​ພ້ອມ​ກັນ​ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ.