ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-31 19:17:47    
ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ຂາຍ​ອາ​ວຸດ​ໃຫ້​ໄຕ້​ຫວັນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ31​ຕຸລາ,ທ່ານ​ລິວຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ,​ໄດ້​ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ຝ່າຍ​ຈີນ​ໃນ​ປະ​ກາດ​ແຈ້ງ​ການ​ຮ່ວມ​ສາມ​ສະ​ບັບ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ປະ​ກາດ​ແຈ້ງ​ການ​17​ສິງ​ຫາ,​ເປັນ​ໄພ​ອັນ​ຕະ​ລາຍ​ຕໍ່​ຄວາມ​ປອດ​ໄພ​ແຫ່ງ​ຊາດ​​ແລະ​ພາ​ລະ​ກິດ​ໂຮມ​ປະ​ເທດ​ຈີນ​​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ,​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​​ເດັດ​ດ່ຽວ​ຄັດ​ຄ້ານ​ໂດຍ​ຕະ​ຫຼອດ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ​ຢູ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,​ຝ່າຍ​ຈີນ​ເຕືອນ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ເຄັ່ງ​ຄັດ,​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຄັດ​ຄ້ານ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ,​ຢຸດ​ຕິ​ການ​ຂາຍ​ອາ​ວຸດ​​ໃຫ້​ໄຕ້​ຫວັນ​ແລະ​ຢຸດ​ຕິ​ການ​ຕິດ​ຕໍ່​ພົວ​ພັນ​ດ້ານ​ການ​ທະ​ຫານ​ກັບ​ໄຕ້​ຫວັນ,​ໃຊ້​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ.