ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-31 20:33:26    
ຈີນ​ກັບ​ອາ​ຊຽນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະ​ຫານ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ30​ຕຸລາ,ຢູ່​ເມືອງ​ນານ​ນີງຂອງ​ຈີນ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ກັບ​ອາ​ຊຽນ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະ​ຫານ.

ທ່ານ​ຊິນ​ກ່າງ​ແມ່ນ​​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ກອງ​ປະຊຸມ​​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ພາຍ​ຫຼັງ​ກອງ​ປະ​ຊຸມ​ລະ​ລຶກ​ຈີນ​ອາ​ຊຽນ​ສິ້ນ​ສຸດ​ລົງ.​ທ່ານ​ເວົ້າ​ວ່າ,ຈີນ​ແລະ​ອາ​ຊຽນ​ມີ​ຄວາມ​ເອົາ​ໃຈ​ໃສ່​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ໃນ​ບັນ​ຫາ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້,​ຈີນ​ແລະ​ອາ​ຊຽນ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ດ້ານ​ປ້ອງ​ກັນ​ຄວາມ​ປອດ​ໄພ​​ຕື່ມ​ອີກ.

ທ່ານ​ຊິນ​ກ່າງ​ເວົ້າວ່າ,ຮູບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະຫານ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ອາດ​ຈະ​ມີ​ຫຼາຍ​ຮູບ​​ແບບ,​ເຊິ່ງ​ລວມ​ທັງ​ສອງ​ກອງ​ທັບ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຢ້ຽມ​ຢາມ​ກັນ​ໃນ​ທຸກ​ລະ​ດັບ,​ແລະ​ເຈ​ລະ​ຈາ​ກັນ​ກ່ຽວ​ກັບ​ບັນ​ຫາ​ປ້ອງ​ກັນ​ເປັນ​ຕົ້ນ.