ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-10-31 20:38:41    
ຜູ່​ນຳ​ປະ​ເທດ​ສະມາຊິກ​ອາ​ຊຽນ​ບາງ​ທ່ານ​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 31 ຕຸລາຢູ່​ເມືອງ​ໜານ​ໜິງ, ທ່ານ​ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທ່ານ​ໂຊ​ວິນ ນາຍົກລັດຖະມົນ​ຕີ​ມຽນມາ ​ແລະທ່ານ​ບາ​ດາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ກ່າວ​ວ່າ, ຫວັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ຕື່ມ​ອີກ, ສ້າງ​​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ​ຈີນ​​ໃຫ້​ສຳ​ເລັດ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຜູ່​ນຳ​ເຫຼົ່ານີ້​ແມ່ນ​ກ່າວ​ຄວາມ​ດັ່ງກ່າວ​ໃນ​ເວລາ​ເຂົ້າຮ່ວມ​ການ​ສົນທະນາ​​ຫົວ​ຂໍ້​ສະ​ເພາະ​ຂອງ​ກອງ​ປະຊຸມສຸດ​ຍອດການ​ຄ້າ​ແລະ​ການ​ລົງທຶນ​ຈີນ​ອາ​ຊຽນຄັ້ງທີ 3. ທ່ານ​ບົວ​ສອນ ບຸບ​ຜາ​ວັນ​ກ່າວ​ວ່າ, ລາວ​ຈະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງ​ທຶນ​ໃດ້​ດີ​ຂຶ້ນ, ​​ໃຊ້​ນະ​ໂຍ​ບາຍ​ບູ​ລິ​ມາ​ສິດ​ກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ. ທ່ານ​ໂຊ​ວິນ​ກ່າວ​ວ່າ, ປະ​ເທດ​ສະມາຊິກ​ອາ​ຊຽນສົ່ງ​ເສີມ​ແລະ​ຄອງ​ຄອຍ​ນັກ​ທຸ​ລະ​ກິດ​ຈີນ​ຫຼາຍ​ກວ່າ​ເກົ່າ​ໄປ​ລົງ​ທຶນ​ຢູ່​ອາ​ຊຽນ. ທ່ານ​ບາ​ດາ​ວີກ່າວ​ວ່າ, ຫວັງ​ໃຫ້​ສອງ​ຝ່າຍ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສລີ, ​ຂະຫຍາຍ​ການ​ພົວພັນ​ລະ​ຫວ່າງ​ສອງ​ຝ່າຍ​ໂດຍ​ຜ່ານ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ.