ຕາມຂ່າວສານຊິນຮວາ: ວັນທີ 1 ພະຈິກຢູ່ເມືອງໜານໜິງເຂດກວາງຊີຈີນ, ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ, ກອງປະຊຸມສຸດຍອດລະລຶກການສ້າງເປັນປະເທດຄູ່ເຈລະຈາຈີນອາຊຽນຄົບຮອບ 15 ປີບໍ່ພຽງແຕ່ໄດ້ສະຫຼຸບການພົວພັນລະຫວ່າງປະເທດສະມາຊິກອາຊຽນກັບຈີນໃນ 15 ປີຜ່ານມາເທົ່ານັ້ນ, ແຕ່ຍັງເປັນທິດທາງຮ່ວມມືລະຫວ່າງອາຊຽນກັບຈີນໃນອະນາຄົດອີກດ້ວຍ.
ທ່ານບົວສອນ ບຸບຜາວັນກ່າວວ່າ, ລາວຈີນຄວນເພີ່ມທະວີການໄປມາຫາສູ່ກັນດ້ານການຄ້າ, ສອງຝ່າຍມີອະນາຄົດຮ່ວມມືອັນກວ້າງຂວາງໃນການພັດທະນາການທ່ອງທ່ຽວແລະອົບຮົມນັກວິຊາການ. ເຂດກວາງຊີຈີນກັບລາວຄວນເພີ່ມທະວີການຢ້ຽມຢາມເຊິ່ງກັນແລະກັນ, ຊຸກຍູ້ການໄປມາຫາສູ່ກັນຢ່າງມີໄມຕີຈິດ, ທ່ານສະເໜີໃຫ້ຄະນະຜູ່ແທນນັກທຸລະກິດເຂດກວາງຊີໄປທັດສະນະສຶກສາຢູ່ລາວ, ສອງຝ່າຍສາມາດປຶກສາຫາລືກັນຕື່ມອີກກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍ.
|