ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-01 20:34:47    
ຜູ່​ນຳ​ແລະ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ອາ​ຟິຼກ​ກາ​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ແລະ​ໄມ​ຕີ​ຈິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຟິຼ​ກາ

cri
ຕາມ​ຂ່າວCRI,​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ​_ອາ​ຟິຼກກາທີ່​ປັກ​ກິ່ງຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້,ຜູ່​ນຳ​ແລະ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ອາ​ຟິຼກກາ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຮ່ວມ​ມື​ແລະ​ໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ອາ​ຟິຼກກາ.

ໃນ​ເວລາໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຈີນ​ຢູ່​ທີ່​ເລີ​ແກ​ໃນ​ວັນ​ທີ30​ຕຸລາ​ແລ້ວ​ນີ້,​ທ່ານ​ຮັອສ​ນີ​ມູ​ບາ​ລັກ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ​ກ່າວ​ວ່າ,ການ​ພົວ​ພັນ​ອາ​ຟິຼກ​ກາ​ຈີນ​ແມ່ນ​ສ້າງ​ຕັ້ງ​ຂຶ້ນ​ບົນ​ພື້ນ​ຖານ​ແຫ່ງ​ຄວາມ​ສະ​ເໝີ​ພາບ,​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ.​ທ່ານ​ເຫັນ​ວ່າ,​ການ​ພົວພັນ​ຮ່ວມ​ມື​ແລະ​ໄມຕີ​ຈິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຟິຼກ​ກາ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ອັນ​ມະ​ຫາ​ສານ​ໃນ​ດ້ານ​ການ​ພັດທະນາ.

ມື້ວານ​ນີ້,ຢູ່​ນະຄອນຫຼວງ​ລູ​ຊາ​ກາ,ທ່ານຟາ​ຕຼິກມູວາ​ນາວາ​ຊາ​ປະ​ທາ​ນາ​ທິ​ບໍ​ດີ​ຊຳ​ບີ​ກ່າວ​ວ່າ,​ປີ​ນີ້​ແມ່ນ​ຈີນ​​ແລະ​ອາ​ຟິຼກ​ກາ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​ຄົບ​ຮອບ​50​ປີ,​ທ່ານ​ຫວັງ​ວ່າ​ກອງ​ປະ​ຊຸມ​ເທື່ອ​ນີ້ຈະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ແລະ​ອາ​ຟິຼກ​ກາ.

ໜັງສືພິມເດີແອເນີລິສທ໌ຂອງລີເບຣີສະບັບວັນທີ30ຕຸລາແລ້ວນີ້ໄດ້ພິມບົດນຳໂດຍຊີ້ອອກ
ວ່າ,ໃນໄລຍະຍາວນານມານີ້,ຈີນໄດ້ຮັກສາການພົວພັນໄມຕີຈິດກັບລີເບຣີ.ລັດຖະບານລີ
ເບຣີທີ່ນຳໂດຍປະທານາທິບໍດີເອເລີນຈອນຊັນເຊີລິຟໄດ້ເອົາໃຈໃສ່ເປັນພິເສດນຳການ
ຮ່ວມມືກັບຈີນ,ໃນໄລຍະໄຂກອງປະຊຸມສຸດຍອດ,ລີເບຣີແລະຈີນຫວັງຈະກ້າວເຖິງຂັ້ນມີ
ຄວາມເປັນເອກະສັນກັນກ່ຽວກັບການຂະຫຍາຍການພົວພັນສອງຝ່າຍ.