ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-01 20:46:42    
ຈີນ​ກ່າວ​ເຖິງ​ບົດ​ລາຍ​ງານ​ການ​ປຶກ​ສາ​ຫາ​ລື​ກັບ​ຈີນ​ຂອງ​ອົງ​ການ​ກອງ​ທຶນ​ສາ​ກົນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ31ຕຸລາ,ຢູ່​ວໍ​ຊິງ​ຕັນ,​ອົງ​ການ​ກອງ​ທຶນ​ສາກົນ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ປຶກສາ​ຫາລື​ກັບ​ຈີນ​ປີ​2006​ຕາມ​ມາດ​ຕາ​ທີ​ສີ່​ຂອງ​ອົງ​ການ​ດັ່ງ​ກ່າວ.​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ມື້​ດຽວ​ກັນ,​ທ່ານ​ວາງ​ສຽວ​ອີ ຜູ່​ອຳ​ນວຍ​ການ​ບໍ​ລິ​ຫານ​ງານ​ຂອງ​ຈີນ​ປະຈຳ​ອົງ​ການ​ກອງ​ທຶນ​ສາ​ກົນ​ກ່າວ​ວ່າ,ບົດ​ລາຍ​ງານ​ໄດ້ພັນ​ລະນາ​ແລະ​ວິ​ເຄາະ​ບັນ​ຫາ​ສຳ​ຄັນ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ຈີນ.​ແຕ່​ບໍ່​ໄດ້​ສ່ອງ​ແສງ​ຢ່າງ​ເຕັ​ມສ່ວນ​ເຖິງ​ການ​ຄືບ​ໜ້າ​ຂອງ​ການ​ປະ​ຕິ​ຮູບ​ກົນ​ໄກ​ຈໍ່​ຕົວ​ເປັນ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ,​ການ​ວິ​ນິ​ໄສ​ຕໍ່​ບົດ​ບາດ​ຂອງ​ອັດ​ຕາ​ແລກ​ປ່ຽນ​ນັ້ນ​ກໍ​ເປັນ​ຕາ​ໃຫ້​ຫາ​ລື​ຕື່ມ​ອີກ.

ທ່ານ​ວາງ​ສຽວ​ອີ​ກ່າວ​ວ່າ,​ແຕ່​ປະຕິບັດ​ການ​ປະຕິຮູບ​ກົນ​ໄກ​ຈໍ່​ຕົວ​ເປັນ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ໃນ​ວັນ​ທີ21​ກໍ​ລະ​ກົດ​ປີ​2005​ມາ​ນີ້,​ລັດ​ຖະ​ບານ​ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງໆ,​ບູ​ລະ​ນະ​ລະ​ບອບ​ອັດ​ຕາ​ແລກ​ປ່ຽນ​ແບບ​ລອຍ​ຕົວ​ທີ່​ມີ​ການ​ຄຸ້ມ​ຄອງ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​ອີກ,​ໃນ​ດ້ານ​ການ​ກໍ່​ສ້າງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ແລະ​ການ​ຜ່ອນ​ຄາຍ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຢ່າງ​ມີ​ລະ​ບຽບ​ນັ້ນ,​ລ້ວນ​ແຕ່​ໄດ້​ຮັບ​ການ​ຄືບ​ໜ້າ​ຢ່າງ​ໃຫຍ່​ສົມ​ຄວນ.​ລັກ​ສະ​ນະ​ຄ່ອງ​ແຄ້ວ​ຂອງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຄວາມ​ຕ້ອງ​ການ​ແລະ​ການ​ສະ​ໜອງ​ໃນ​ຕະ​ຫຼາດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ພື້ນ​ຖານ​ຕື່ມ​ອີກ​ໃນ​ການ​ຕັດ​ສິນ​ອັດ​ຕາ​ແລກ​ປ່ຽນ.

ອີງ​ຕາມ​ມາດຕາທີ4​ຂອງກົດ​ລະບຽບ​ອົງ​ການ​ກອງ​ທຶນ​ສາ​ກົນ,​ອົງ​ການ​ດັ່ງ​ກ່າວ​ມີ​ພາ​ລະ​ບົດ​ບາດ​ທີ່​ຕິດ​ຕາມ​ກວດ​ກາ​ສອງ​ຝ່າຍ​ຕໍ່​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ.​ດ້ວຍ​ເຫດ​ນີ້,​ທຳ​ມະ​ດາ​ແລ້ວ,​ອົງ​ການ​ກອງ​ທຶນ​ສາ​ກົນ​ຈະ​ຈັດ​ການ​ປຶກ​ສາ​ຫາ​ລື​ກັບ​ປະ​ເທດ​ສະ​ມາ​ຊິກ​ປີ​ລະ​ເທື່ອ​ໜຶ່ງ.