ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-01 21:04:59    
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄັ້ງ​ທີ​5​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວCRI, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຄັ້ງ​ທີ​5​ຂອງ​ເວທີ​ປຶກສາ​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ1​ພະ​ຈິກ,​ຜູ່​ແທນ​ຂອງ​ຈີນ​ແລະ​48​ປະ​ເທດ​ອາ​ຟິຼກ​ກາ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.

ທ່ານ​ຈາ​ຍຈຸ້ນ ​ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ກະ​ກຽມ​ກອງ​ປະ​ຊຸມ​ສຸດ​ຍອດ​ຝ່າຍ​ຈີນ ຜູ່​ຊ່ອຍ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ຮາ​ຍ​ເລ ກີ​ໂຣສ ທູດ​ພິ​ເສດ​ເວທີ​ປຶກ​ສາ​ຫາ​ລື​ຂອງ​ລັດ​ຖະ​ບານ​ເອ​ທີ​ໂອ​ປີ ປະ​ເທດ​ປະ​ທານ​ຮ່ວມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ເອ​ທີ​ໂອ​ປີ​ປະ​ຈຳ​ຈີນ​ຕ່າງ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ.

ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​ແມ່ນ​ກອງ​ປະຊຸມ​ສຳຄັນ​ໃນ​ຂອບ​ເວທີ​ປຶກສາ​ຫາລື.ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄັ້ງ​ນີ້​ຈຳ​ດຳ​ເນີນ​ເປັນ​ເວລາ2​ມື້,ຈະ​ພິຈາລະນາ​ເອກະສານ​ໝາ​ກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ,ທຳ​ການ​ກະກຽມ​ຂັ້ນ​ສຸດ​ທ້າຍ​ເພື່ອ​ກອງ​ປະຊຸມ​ສຸດ​ຍອດ​ເວ​ທີ​ປຶກ​ສາ​ຫາ​ລື​​ການ​ຮ່ວມ​ມື​ຈີນ​ອາ​ຟິຼກກາ​ກໍ​ຄືກ​ອງປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ທີ3.