ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-02 17:18:14    
ນັກ​ບິນ​ອະວະກາດຈີນ​ຈະ​ອອກ​ຍານ​ອະ​ວະ​ກາດ​ພາຍ​ໃນ 5 ປີ​ຕໍ່ໜ້າ

cri Author: lm

ຕາມ​ໜັງສືພິມ​ເຢັນ​ໝິນ​ຢື້​ປ້າວຂອງ​ຈີນ: ການສົ່ງ​ມະນຸດ​ຂຶ້ນສູ່​ອະ​ວະ​ກາດ​ຂອງ​ຈີນ​ຈະ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໃຫ້​ນັກ​ບິນ​ອະວະກາດ​ອອກນອກ​ຍານ​ອະວະກາດ, ​ແລະ​ທົດ​ລອງ​​ໃຫ້​ຍານ​ອະ​ວະ​ກາດ​​ເຊື່ອມ​ຕໍ່ເຂົ້າກັນພາຍ​ໃນ 5 ປີ​ຕໍ່ໜ້າ.

​ເວທີ​ປາ​ໄສ​ສຸດ​ຍອດ​ການບິນ​ແລະ​ການບິນ​ອະວະກາດ​ສາກົນ​ຈີນ​ປີ 2006 ທີ່​ພວມ​ຈັດ​ຂຶ້ນ​ຢູ່​ເມືອງ​ຈູ່​ໄຫຈີນ​ໃນ​ວັນ​ທີ 1 ພະຈິກ​ແຈ້ງ​ໃຫ້​ຊາບ​ວ່າ:

ຕາມ​ແຜນການ​ຂອງ​ລັດຖະບານ​ຈີນ, ພາຍ​ໃນ 5 ປີ​ຕໍ່ໜ້າ, ຈີນ​ຍັງ​ຈະ​ຄົ້ນຄວ້າ​ຜະ​ລິດ​ລູກ​ສອນ​ໄຟ​ຍານ​ສົ່ງ​ຮຸ່ນ​ໃໝ່​ທີ່​ບໍ່​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ ມີຕົ້ນທຶນ​ຕ່ຳ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ; ບັນ​ລຸ​ການບິນ​ອ້ອມ​​ແລະ​ສຳຫຼວດດວງ​ຈັນ, ຄົ້ນຄວ້າ​ແລະ​ຍິງ​ສົ່ງ​ດາວ​ທຽມ​ສຳ​ຫຼວດ​ດວງ​ຈັນ​ໜ່ວຍ​ທຳ​ອິດ​ຂອງ​ຈີນ.

​ໃນ​ຂົງ​ເຂດ​ການບິນ​ອະວະກາດ, ຈີນ​ໄດ້​ຄົ້ນຄວ້າ​ຜະລິດ​ລູກ​ສອນ​ໄຟ​ຍານ​ສົ່ງ "ສາງ​ເຈິ່ງ" 12 ຊະ​ນິດ​ທີ່ມີສິດ​ຊັບ​ສິນ​ທາງ​ປັນຍາ​​ຂອງ​ຕົນ​ເອງຢ່າງ​ສຳ​ເລັດຜົນ, ​ໄດ້​ພັດ​ທະ​ນາ​ 6 ​ລະ​ບົບ​ດາວ​ທຽມ ​ເຊັ່ນ ​ວິທະຍຸໂທລະພາບ ​ ອຸຕຸນິຍົມ ການ​ຄົ້ນຄວ້າ​ວິທະຍາ​ສາດ ການ​ທົດ​ລອງ​ເຕັກ​ໂນ​ໂລ​ຢີ​ແລະ​ການ​ນຳ​ທາງ​ ​ກຳນົດ​ທີ່​ຕັ້ງ​ເປັນຕົ້ນ.