ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-02 18:12:04    
ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຄັ້ງ​ທີ​5​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​ອັດ​ລົງ

cri
ຕາມ​ຂ່າວCRI, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຄັ້ງທີ5​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ອັດ​ລົງ​​ແລ້ວ​ໃນ​ ວັນ​ທີ​2​ພະ​ຈິກ.​ທ່ານ​ເວິ​ຍ​ຈ້ຽນ​ໂກ ​ເລ​ຂາ​ຄະ​ນະ​ກຳມະການ​ກະກຽມ​ຝ່າຍ​ຈີນ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ທີ່​ປັກ​ກິ່ງ ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ແລະ​ທ່ານ​ໂນ​ລາ​ນາ ຕາ​ອາ​ມາ ຫົວ​ໜ້າ​ຜູ່​ວ່າ​ການ​ແທນ​ຂອງ​ຄະ​ນະ​ທູດ​ຕາ​ນຸ​ທູດ​ອາ​ຟິຼກ​ກາ​ປະ​ຈຳ​ຈີນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂຕ​ໂກ​ປະ​ຈຳ​ຈີນ​ຕ່າງ​ໄດ້​ກ່າວ​ຄຳ​ອວຍ​ພອນ​ໃນ​ພິ​ທີ​ອັດ​ປະ​ຊຸມ.

ທ່ານ​ເວິ​ຍ​ຈ້ຽນ​ໂກ​ກ່າວ​ວ່າ,ນັບ​ແຕ່​ເວທີ​ປຶກສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​ສ້າງ​ຕັ້ງ​ຂຶ້ນ​6​ປີ​ມາ​ນີ້,ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ຈີນ​ກັບ​ອາ​ຟິຼກ​ກາ​ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ.​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້,​ຜູ່​ນຳ​ຈີນ​ແລະ​ອາ​ຟິຼກ​ກາ​ຈະ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ຕື່ມ​ອີກ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ອາ​ຟິຼກ​ກາ,​ວາງ​ແຜນ​ຮອບດ້ານ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​ໃນ​ອະ​ນາ​ຄົດ.​ກອງ​ປະ​ຊຸມ​ຍ່ອມ​ຈະ​ເພີ່ມ​ພະ​ລັງ​ຊີ​ວິດ​ໃໝ່​​ໃຫ້​ແກ່​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຟິຼກ​ກາ.

ທ່ານ​ຕາ ອາ​ມາ​ກ່າວ​ວ່າ,ປີ​ນີ້​ແມ່ນ​ຈີນ​ກັບປະ​ເທດ​ອາ​ຟິຼກກາ​ເລີ່ມ​ສ້າງ​ສາ​ສຳ​ພັນ​ທາງ​ການ​ທູດ​ຄົບ​ຮອບ​50​ປີ,​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​ທີ່​ປັກ​ກິ່ງ​ຈະ​ເປັນ​ເຫດ​ການ​ສຳຄັນ​ທີ່​ສຸດ​ໃນ​ປະຫວັດ​ການ​ພົວ​ພັນ​ຈີນ​ອາ​ຟິຼກ​ກາ,​ຈະ​ເປັນ​ການ​ປັບ​ປຸງ​ການ​ພົວ​ພັນ​ຈີນ​ອາ​ຟິຼກ​ກາ​ຕື່ມ​ອີກ,ມີ​ຜົນ​ດີ​ຕໍ່​ການ​ບັນ​ລຸ​ຈຸດ​ໝາຍ​ທີ່​ສອງ​ຝ່າຍ​ຮັດ​ແໜ້ນ​ມິດ​ຕະ​ພາບ,​ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ພ້ອມ​ກັນ​ພັດ​ທະ​ນາ.