ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-02 18:24:03    
ຊີວິດ​ຂອງ​ຄົນ​ພິການ​ຢູ່​ມະຫາວິທະຍາ​ໄລ

cri Author: lm

ຊີວິດ​ຂອງ​ຄົນ​ພິການ​ຢູ່​ມະຫາວິທະຍາ​ໄລ

ການ​​ໃຫ້​​ໂອກາດ​ແກ່ຄົນ​ພິການ​ໄດ້​ຮັບ​ການ​ສຶກສາຂັ້ນສູງ​​ເໝືອນ​ດັ່ງ​ຄົນ​ທຳ​ມະ​ດານັ້ນ ​ແມ່ນ​ນະ​ໂຍບາຍ​ທີ່ສຳຄັນອັນ​ໜຶ່ງທີ່​ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ນຳ​ຄົນ​ພິການ. ປະຈຸ​ບັນ,ຈີນ​ໄດ້​ສ້າງຕັ້ງ​​ໂຮງຮຽນຊັ້ນສູງ​ສະ​ເພາະ​ໃຫ້​ຮັບ​ນັກ​ສຶກສາ​ຜູ່​ພິການ 4 ​ແຫ່ງ,​ໂຮງຮຽນ​ຊັ້ນສູງ​ທຳ​ມະ​ດາ​ຈຳນວນ​ໜຶ່ງກໍ​ຈັດຕັ້ງຫຼັກສູດ​ສະ​ເພາະ​ໃຫ້​ຄົນ​ພິການ,ຄົນ​ພິການ​ນັບ​ມື້​ນັບ​ຫຼາຍ​ຈຶ່ງ​ມີ​ໂອກາດ​ຮຽນ​​ຢູ່​ໂຮງຮຽນ​ຊັ້ນສູງ.

ສະ​ຖາ​ບັນ​ສຶກສາ​ພິ​ເສດຂອງມະຫາວິທະຍາ​ໄລ​ຊາງ​ຊຸ່ນຕັ້ງຢູ່​ແຂວງ​ຈິ​ລິນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ. ​​ນັກ​ຂ່າວ​ຫາ​ກໍ່​ຍ່າງ​ເຂົ້າຕຶກ​ສິດສອນ​ຂອງ​ໂຮງຮຽນ​ນີ້,ກໍ່​ໄດ້​ຍິນ​ສຽງ​ເສບ​ດົນຕີທີ່​ມ່ວນ​ອອນຊອນ​ຈັບ​ໃຈ ​ແລະ​ສຽງ​ເພງ​ຄວາມ​ຮັກ​​ແພງອັນ​ເລິກ​ເຊິ່ງ. ນັກ​ຂ່າວ​ນຳ​ໄປ​ຕາມ​ສຽງ​ເພງ,​​ໄຂປະຕູ​ອອກ,ກໍ່​ເຫັນນາງ​ລິວ​ຈ້ຽນຊຸ່ນກຳລັງ​ຫຼິ້ນ​ເປຍ​ໂນ​ແລະ​ຮ້ອງ​ເພງ​ຢູ່ຢ່າງ​ຕັ້ງ​ໃຈ.

ນາງ​ລິວ​ຈ້ຽນຊຸ່ນ​ແມ່ນ​ນັກ​ສຶກສາທຳ​ມະ​ດາ​ສາມັນ​ຂອງ​ສະ​ຖາ​ບັນ​ສຶກສາ​ພິ​ເສດ​ມະຫາວິທະຍາ​ໄລ​ຊາງ​ຊຸ່ນ,ນາງ​ບອກ​ນັກ​ຂ່າວ​ວ່າ,ນາງ​ຖືກຕັດ​ຂາ​ຍ້ອນ​ເປັນ​ພະຍາດ​ຕອນ​ອາຍຸ​ໄດ້ 15 ປີ. ​ແຕ່​ວ່າ,ນາງ​ບໍ່​ໄດ້ນ້ອຍ​ໃຈ​ແລະຖິ້ມ​ການ​ຮຽນ​ຍ້ອນ​ເລື່ອງ​ນີ້. ​​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ແລ້ວ,ນາງ​ໄດ້​ເສັງ​ເຂົ້າ​ເປັນ​ນັກ​ສຶກສາ​​ຄະນະສະ​ແດງ​ດົນຕີ​ຂອງ​ສະ​ຖາ​ບັນສຶກສາ​ພິ​ເສດ​ມະຫາ​ວິທະຍາ​ໄລ​ຊາງ​ຊຸ່ນຕອນ​ອາຍຸ​ໄດ້ 32 ປີ.ສິ່ງ​ທີ່​ເຮັດ​​ໃຫ້​ນາງ​ດີ​ໃຈນັ້ນ​ແມ່ນ ຢູ່​ແຫ່ງ​ນີ້ ພອນ​ສະຫວັນ​ດ້ານ​ດົນຕີ​ຂອງ​ນາງ​ໄດ້​ຮັບ​ການສົ່ງ​ເສີມ.ນາງ​ເວົ້າວ່າ:

"​ແຕ່​ລະພາກຮຽນ ຂ້ອຍ​ກໍ​ມັກ​ຈັດ​ງານ​ລາຕີ ​ແລະງານ​ສະ​ແດງ​ຂະໜາດ​ໃຫຍ່,ສະ​ຖາ​ບັນ​ເຮົາ​ສະໜັບສະໜູນ​ຫຼາຍ.ທາງ​ໂຮງຮຽນ​​ເວົ້າວ່າ,​ເຈົ້າຈັດ​ໂລດ,​ໂຮງຮຽນ​ຈະ​ເອົາຄ່າ​ໃຊ້​ຈ່າຍ​ໃຫ້,ຖ້າ​ບໍ່​ສະດວກ​ຍັງ​ສາມາດ​ເອົາ​ລົດ​ຂີ່​ໄປ​​ເຮັດ,​ເຈົ້າກໍ່​ເຮັດ​ຢ່າງ​ກ້າຫານ​ໂລດ.ຂ້ອຍ​ຈັດ​ຕັ້ງ​ໃຫ້​ນັກຮຽນ​ຫູໜວກ​ປາກ​ກືກ​ຟ້ອນ​ເລື່ອງ"ທົ່ງ​ຫຍ້າ​ຂຽວ",​ໄດ້​ຮັບ​ລາງວັນທີ​ໜຶ່ງ​​ໃນການ​ແຂ່ງຂັນ​ສິລະ​ປະ​ນັກ​ສຶກສາ​ທົ່ວ​ປະ​ເທດ.ຂ້ອຍ​ຮູ້ສຶກວ່າ ວິຊາ​ທີ່​ໄດ້​ຮຽນ​ລ້ວນ​ແຕ່​ໄດ້​ຮັບ​ການສົ່ງ​ເສີມ​ນັບ​ມື້​ນັບ​ສູງ​ຂຶ້ນ."

ສະ​ຖາ​ບັນ​ສຶກສາ​ພິ​ເສດ​ຊາງ​ຊຸ່ນສ້າງຕັ້ງຂຶ້ນ​ເມື່ອ​ປີ 1987,​ແມ່ນ​ສະ​ຖາ​ບັນຂັ້ນສູງ​ທີ່​ຈີນ​ຮັບ​ເອົາ​ນັກຮຽນ​ຄົນ​ພິການ​​ແຫ່ງ​ທຳ​ອິດ.ມັນ​ເຮັດ​ໃຫ້​ນັກ​ຮຽນ​ຄົນ​ພິການ​​ເໝືອນ​ດັ່ງ​ນາງ​ລິວ​ຈ້ຽນຊຸ່ນມີ​ໂອກາດ​ໄດ້​ຮັບ​ການ​ສຶກສາຂັ້ນສູງ.ປະຈຸ​ບັນ ​ໃນ​ໂຮງຮຽນ​ດັ່ງກ່າວ​ມີ​ນັກຮຽນ 500 ກວ່າ​ຄົນ.

ສະ​ຖາ​ບັນ​ສຶກສາ​ພິ​ເສດຂອງ​ມະຫາວິທະຍາ​ໄລຊາງ​ຊຸ່ນ​ໄດ້ອີງ​ຕາມ​ຈຸດ​ພິ​​ເສດ​ຕ່າງ​ກັນ​ຂອງຄວາມ​ພິການ,​ຕັ້ງ​ວິຊາ​ທີ່​ຕ່າງ​ກັນ.​ເຊັ່ນ,ຄົນ​ຫູໜວກ​ປາກ​ກືກ​ເສຍ​ຄວາມ​ສາມາດ​​ໃນການ​ຟັງ​ແລະ​ການ​ເວົ້າ,​ແຕ່​ຈິນຕະນາການ​ໃນ​ຮູບ​ພາບແລະ​ຄວາມ​ສາມາດ​ການ​ສັງ​ເກດ​ການ​ຂອງ​​ເຂົາ​ເຈົ້າມີ​ຫຼາຍ​,ສະ​ຖາ​ບັນ​ຈຶ່ງ​ເປີດ​ຫຼັກສູດ​ວິຊາ​ການ​ອອກ​ແບບ​ສິລະ​ປະ​ຫັດ​ຖະກຳ​ແລະ​ວິຊາ​ແຕ້ມ​ຮູບ​ສະ​ເພາະ​ໃຫ້​ຄົນ​ຫູໜວກ​ປາກກືກ; ສ່ວນຄົນ​ຕາບອດມີຄວາມສາມາດດີໃນດ້ານການຟັງ,ຈຶ່ງ​ເປີດ​ການສະ​ແດງ​ດົນຕີ​ແລະ​ວິຊານວດຝັງ​ເຂັມ​ແບບ​ແພດພື້ນ​ເມືອງ​ຈີນ; ນອກ​ນີ້,ຍັງ​ເປີດ​ວິຊາ​ການບັນຊີ​​ແລະ​ວິຊາ​ຄອບ​ພິວ​ເຕີ​ໃຫ້​ນັກຮຽນຄົນ​ພິການ​ຂາ​ຫຼື​ແຂນ.

ທ່ານ​ຈ້າວ​ລີ້​ຈຸ່ນ ຮອງຫົວໜ້າ​ສະ​ຖາ​ບັນ​ສຶກສາ​ພິ​ເສດ​ຂອງ​ມະຫາວິທະຍາ​ໄລ​ຊາງ​ຊຸ່ນ​ແນະນຳ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,​ເຂົາ​ເຈົ້າ​ໄດ້ພະຍາຍາມ​ສະໜອງ​ຄວາມ​ສະດວກ​ໃນ​ດ້ານ​ການ​ຮ່ຳຮຽນ​ແລະ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ໃຫ້​ນັກຮຽນ​ໂດຍ​ຕະຫຼອດ.ປະຈຸ​ບັນ,ສະ​ຖາ​ບັນ​ດັ່ງກ່າວ​ບໍ່​ພຽງ​ແຕ່ສາມາດ​ສິດສອນ​ດ້ວຍ​ເຄື່ອງ​ກ້າວໜ້າ​ຫຼາຍ​ປ​ະ​ເພດ​ເຊັ່ນ ​ເຄື່ອງສາຍ​ພາບ​ສະ​ໄລ ​ເຄື່ອງສາຍ​ແຜ່ນ​ໃສ ​ເຄື່ອງ​ດີ​ວີ​ດີ ​ແລະ​ລະບົບສື່ສານ​ຕ່າງໆ​​ແລ້ວ,ຍັງ​ໄດ້​ສ້າງຫ້ອງ​ທົດ​ລ​ອງທີ່​ມີ​ເຄື່ອງ​ປະກອບຄົບ​ຊຸດສະ​ເພາະ​ໃຫ້​ຄົນ​ພິການ​ໃຊ້​ອີກ.ທ່ານ​ເວົ້າວ່າ:

"ຫ້ອງ​ທົດ​ລອງ​ຂອງ​ພວກ​ເຮົາ​ມີ​ຫ້ອງ​ທົດ​ລອງ​ຄອມ​ພິວ​ເຕີ​ໃຫ້​ຄົນ​ຕາບອດ​ແລະ​ຄົນ​ຫູ​ໜວກ,ຍັງ​ມີ​ຫ້ອງ​ທົດ​ລອງ​ອິນ​ເຕີ​ເນັດ​ທີ່​ຕໍ່​ກັບ​ສາກົນ​ໄດ້​ໂດຍ​ກົງ. ຫ້ອງ​ທົດ​ລອງ​ນີ້​ແມ່ນ​ເຄືອ​ຄ່າ​ຍການສຶກສາ​ທາງ​ໄກ​ໃຫ້​ຄົນ​ຫູໜວກ​​ແບບ​ສາກົນ,​ໃນ​ທົ່ວ​​ໂລກ​ປະຈຸ​ບັນ​ມີ 13 ປະ​ເທດ​ໄດ້​​ເຂົ້າຮ່ວມ​​ເຄືອ​ຄ່າ​ຍນີ້​. 13 ປະ​ເທດ​ສະມາຊິກ​ນີ້​ສາມາດ​ໃຊ້​ເນື້ອ​ໃນ​ການ​ສຶກສາ​ດ້ານ​ການ​ສື່ສານ​ຕ່າງໆ​ໃນ​ເວລາ​ດຽວ​ກັນ​,ທັງ​ສາມາດ​ແລກ​ປ່ຽນ​ຄວາມ​ເຫັນ​ໄດ້,​ແມ່ນ​ເຄື່ອງ​ປະກອບ​ທີ່​​ກ້າວໜ້າຫຼາຍ."

ນອກ​ນີ້,ສະ​ຖາບັນ​ສຶກສາ​ພິ​ເສດ​ຂອງ​ມະຫາວິທະຍາ​ໄລ​ຊາງ​ຊຸ່ນຍັງ​ໄດ້​ສ້າງຕັ້ງຫໍສະໝຸດ​ທີ່​ມີປຶ້ມ 2 ​ແສນ​ກວ່າ​ເຫຼັ້ມ,​ໃນ​ນັ້ນມີ 7 ພັນ​ກວ່າ​ເຫຼັ້ມຮັບ​ໃຊ້​ຄົນ​ຕາ​ບອດ​​ໂດຍສະ​ເພາະ.

ນາງ​ລິວ​ຢຸ້ຍທີ່​ຕາບອດ​ທັງ​ສອງ​ແມ່ນ​ຈາກ​ເມືອງ​ຈຸ່ງກິ່ງທີ່​ພາກ​ຕາ​ເວັນ​ຕົກ​ຈີນ​ມາ​ຮຽນ​ຢູ່​ສະ​ຖາ​ບັນ​ສຶກສາ​ພິ​ເສດ​ມະຫາວິທະຍາໄລຊາງຊຸ່ນ.ນາງເວົ້າວ່າ,ນາງ​ຮູ້ສຶກດີ​ໃຈ​ຫຼາຍ​ທີ່​ມາ​ຢູ່ໃນ​ໂຮງຮຽນ​ນີ້,ບໍ່​ພຽງ​ແຕ່​ແມ່ນ​ຍ້ອນ​​ໃນ​ໂຮງຮຽນ​ມີ​ເຄື່ອງ​ປະກອບ​ທີ່​ໃຊ້​ໄດ້​ດີ,ສິ່ງ​ທີ່​ເຮັດ​ໃຫ້​ນາງຕື້ນ​ຕັນ​ໃຈ​ຫຼາຍ​ນັ້ນ​ແມ່ນ ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄູ​ສອນ​ຕໍ່​ນັກສຶກສາ.ນາງ​ເວົ້າວ່າ:

"ບາງ​ເທື່ອ ພວກ​ເຮົາ​ຄຶດ​ວ່າ ຕົນ​ເອງ​ແມ່ນ​ຄົນ​ຕາບອດ,ຕ່າງ​ກັບ​ຄົນ​ທຳ​ມະ​ດາ.ມາ​ຢູ່​​ແຫ່ງ​ນີ້,ຄູ​ສອນລະມັດລະວັງ​ບໍ່​ເວົ້າສັບ​ທີ່​ວ່າ"​ເຫັນຫຼື​ບໍ່​ເຫັນ",ປະຕິບັດ​ຕໍ່​ພວກ​ເຮົາ​ເປັນ​ຄົນ​ທຳ​ມະ​ດາ,ທັງ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​​ເປັນ​ຄົນ​ເຂັ້ມ​ແຂງ​ທັງ​ກາຍແລະ​ໃຈ,​ເພື່ອ​ໃຫ້​ສາມາດ​ປະ​ເຊີນ​ກັບ​ຊີວິດ​ໃນ​ອະນາ​ຄົດ."

​ການ​ສຶກສາ​ຊັ້ນສູງ​ສະ​ເພາະ​ໃຫ້​ຊາວ​ໜຸ່ມ​ຄົນ​ພິການ​​ຍັງ​ມີ​ເອກະລັກ​ພິ​ເສດ​ອັນ​ພົ້ນ​ເດັ່ນ,ຄວາມ​ບົກ​ຜ່ອງ​ດ້ານສະ​ລິ​ລະ​ເຮັດ​ໃຫ້​​ເຂົາ​ເຈົ້າ​ໄດ້​ຮັບ​ຂ່າວ​ສານ​ຈາກພາຍ​ນອກ​ຢ່າງ​ມີ​ການ​ຈຳກັດ.ສະນັ້ນ,ການ​ທີ່​ເຮັດ​ແນວ​ໃດ​​ເພື່ອເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ເຂົາ​ເຈົ້າ,ຍົກ​ຄຸນ​ນະພາ​ບການ​ສິດສອນ​ໃຫ້​ສູງ​ຂຶ້ນ,​ແມ່ນ​ຫຼັກສູດ​ຂອງ​ຄູ​ສອນ​ທຸກ​ຄົນ​ໃນ​ສະ​ຖາ​ບັນ​ນີ້ທີ່​ຈະ​ປັບປຸງ​ຕື່ມ.

​ໃນ​ຂະນະ​ດຽວ​ກັນ,​ໂຮງຮຽນ​ຍັງ​ຕັ້ງໜ້າຊຸກຍູ້​ໃຫ້​ນັກ​ສຶກສາ​ຄົນ​ພິການ​ແລະ​ນັກ​ສຶກສາ​ທຳ​ມະ​ດາ​ແລກປ່ຽນ​ແລະ​ຢູ່​ຮ່ວມກັນ​ຢ່າງ​ກົມກຽວ​,​ເພື່ອ​ຍົກ​ສູງຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາມາດ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ໃນສັງຄົມ​ຂອງ​ເຂົາ​ເຈົ້າ​ໃຫ້​ສູງ​ຂຶ້ນ.ນາງ​ລິວ​ຢຸ້ຍ​ເວົ້າຕໍ່​ນັກ​ຂ່າວ​ວ່າ:

"​ໂຮງຮຽນ​​ໄດ້ຊອກຜູ່​ຊ່ອຍ​ໃຫ້​ພວກ​ເຮົາ,​ເພາະວ່າ​ຄົນ​ຕາບອດ​ບໍ່​ສະດວກ,ຕ້ອງການ​ຄວາມ​ຊ່ອຍ​ເຫຼືອຈາກ​ພາຍ​ນອກ.​ເຊັ່ນ,ນັກ​ສຶກສາ​ຂອງ​ມະຫາວິທະຍາ​ໄລສ້າງ​ຄູ​​ຕົ່ງ​ເປ​ມາ​ຊ່ອຍ​ຮຽນ,​ເມື່ອ​ເປັນ​ແນວ​ນີ້ ຈະ​ສາມາດ​ຕິດ​ຕໍ່​ພົວພັນ​ກັບ​ຄົນ​ປົກກະຕິ.ນັກ​ສຶກສາ​ຄົນ​ພິການ​ລ້ວນ​ແຕ່​ມັກ​ແລະ​ຄອງ​ຄອຍ​ການ​ເຄື່ອນ​ໄຫວ​​ແບບ​ນີ້."

ປະຈຸ​ບັນ,ສະ​ຖາ​ບັນ​ສຶກສາ​ພິ​ເສດພວມ​ນຳ​ເຂົ້າຮູບ​ການສິດສອນອັນ​ກ້າວໜ້າ​ຂອງ​ຕ່າງປະ​ເທດ​ຄື"ການ​ສຶກສາ​ຮັບ​ເອົາ​ໃຫ້​ໝົດ".ໝາຍ​ຄວາມ​ວ່າ,​ພະຍາຍາມໃຫ້​ນັກ​ສຶກສາ​ຄົນ​ພິການ​​ເຂົ້າ​ໄປ​ຢູ່​​ໃນ​ສະພາບແວດ​ລ້ອມ​ຂອງ​ຄົນ​ປົກກະຕິ,​ເພື່ອ​​ໃຫ້​ເຂົາ​ເຈົ້າຫຼຸດພົ້ນອອກ​ຈາກ​ວິຊາ​ສະ​ເພາະທີ່​ຈັດ​ສະ​ເພາະ​ໃຫ້ຄົນພິການ,ແລ້ວ​ໄປ​ຮຽນ​ຫຼັກສູດ​ທີ່​ຕົນ​ເອງ​ມັກ​ກັບ​ນັກ​ສຶກສາ​​ປົກກະຕິ.ຄູ​ສອນ​ແລະ​ນັກ​ສຶກສາ​ຂອງ​ສະ​ຖາ​ບັນ​ສຶກສາ​ພິ​ເສດ​ຂອງ​ມະຫາ​ວິທະຍາ​ໄລ​ຊາງ​ຊຸ່ນ​ເຫັນ​ວ່າ,ຄຽງ​ຄູ່​ກັບ​ການ​ລົງ​ເລິກ​ໃຊ້​ຮູບ​ການ​ສິດສອນ​ດັ່ງກ່າວ​ໃຫ້​ສົມບູນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຈະ​ສາມາດ​ສະໜອງ​ໃຫ້​ນັກ​ສຶກສາ​ຄົນ​ພິການມີ​ຄວາມ​ພ້ອມ​ເພື່ອ​ບິນ​ອອກ​ໄປ​ສູ່​ໂລກ​ພາຍ​ນອກ​ທີ່​ກວ້າງ​ໃຫຍ່​ໄພສານ.