ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-02 20:27:11    
ການ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ຈີນ​ກັບ​ອາ​ຟິຼກ​ກາ​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ

cri Author: lm

ຕາມ​ຂ່າວ CRI: ​ໃນກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 2 ພະຈິກ, ທ່ານ​ລິ​ວຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ອາ​ຟິຼກ​ກາ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະເປີດ​ເຜີຍ​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ​ຈີນ​ອາ​ຟິຼກກາ​ແລະ​ປະຊາຊົນ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ຂອງ​ອາ​ຟິຼກ​ກາ.

ທ່ານ​ລິ​ວຈ້ຽນຊາວ​ກ່າວ​ວ່າ, ຝ່າຍ​ຈີນ​ມີ​ຄວາມຮູ້ສຶກ​ຢ່າງ​ເລິກ​ເຊິ່ງວ່າ, ປະ​ເທດ​ອາ​ຟິຼກ​ກາ ບໍ່​ວ່າ​ແມ່ນ​ລັດຖະບານຫຼືວ່າ​ແມ່ນ​ປະຊາຊົນ, ລ້ວນ​ແຕ່​ຄອງ​ຄອຍ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ອາ​ຟິຼກ​ກາ​ສາ​ມາດ​ມີ​ຄວາມ​ຄືບ​ໜ້າ​ຕື່ມ​ອີກ. ທ່ານ​ກ່າວ​ວ່າ, ​ໃນ​ໄລຍະ​ຍາວ​ນານ​ມາ​ນີ້, ຈີນ​​ໄດ້​ຊ່ອຍ​ເຫຼືອ​ອາ​ຟິຼກ​ກາ​ໃນ​ດ້ານ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ການຮັກສາ​ສຸ​ຂະ​ພາບ ການ​ສຶກ​ສາ​ແລະ​ກະສິກຳ​ເປັນຕົ້ນ​​ເຊິ່ງໄດ້​ຮັບ​ຄວາມ​ຍ້ອງຍໍຊົມ​ເຊີຍ​ຈາກ​ປະ​ຊາ​ຊົນ​ອາ​ຟິຼກ​ກາ, ຝ່າຍ​ຈີນ​ເຫັນ​ວ່າ​ນະ​ໂຍ​ບາຍ​ຊ່ອຍ​ເຫຼືອອາ​ຟິຼກກາ​ແມ່ນ​ນະ​ໂຍບາຍ​ທີ່​ຖືກ​ຕ້ອງ.

ທ່າ​ນລິວ​ຈ້ຽນຊາວ​ຍັງ​ກ່າວ​ວ່າ, ຈີນ​ຍິນ​ດີ​ຕ້ອນຮັບ 5 ປະ​ເທດ​ອາ​ຟິຼກກາ​ທີ່​ຍັງ​ບໍ່​ທັນ​ສ້າງ​ສາຍ​ສຳພັນ​ການ​ທູດ​ກັບ​ຈີນ​ນັ້ນ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ເວທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກກາ​ທີ່​ຈະ​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ໄວ​ໆ​ນີ້​ໃນ​ຖາ​ນະ​ເປັນ​ນັກ​ສັງ​ເກດ​ການ.