|
![](/images/spacer.gif) |
(GMT+08:00)
2006-11-02 20:42:53
|
ເຈົ້າໜ້າທີ່ອາວຸໂສດ້ານການກວດກາຄຸນນະພາບແລະກັນພະຍາດຂອງຈີນແລະອາຊຽນເຊັນມະຕິເອກະສັນນານນີງ
cri
ຕາມຂ່າວສານຊິນຮວາ:ວັນທີ2ພະຈິກ,ຢູ່ເມືອງນານນີງເຂດກວາງຊີຈີນ,ລັດຖະມົນຕີແລະຜູ້ແທນທີ່ຊີ້ນຳການກວດກາຄຸນນະພາບແລະກັນພະຍາດຂອງຈີນ 10ປະເທດສະມາຊິກອາຊຽນແລະກອງເລຂາອາຊຽນໄດ້ເຊັນມະຕິເອກະສັນນານນີງ.
ເນື້ອໃນຂອງມະຕິເອກະສັນຕົ້ນຕໍລວມທັງ:ເພື່ອຮັກສາສຸຂະພາບຂອງມະນຸດ ສັດແລະພືດ ສິ່ງແວດລ້ອມ ສິດແລະຜົນປະໂຫຍດຂອງຜູ້ບໍລິໂພກແລະຮັບປະກັນຄຸນນະພາບຂອງຜະລິດຕະພັນ,ມີຄວາມຈຳເປັນເພີ່ມທະວີການຮ່ວມມືໃນການກວດກາຄຸນນະພາບແລະກັນພະຍາດຕື່ມອີກ;ສົ່ງເສີມໃຫ້ແລກປ່ຽນຂໍ້ມູນຂ່າວສານ;ສ້າງກົນໄກການປຶກສາຫາລືແລະຮ່ວມມືດ້ານການກວດກາຄຸນນະພາບແລະກັນພະຍາດຂອງຈີນ-ອາຊຽນ,ເພື່ອເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນດ້ານນີ້ລະຫວ່າງຈີນກັບອາຊຽນ.
|
|
|