ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-02 20:46:16    
ປັກ​ກິ່ງ​ຈັດ​ງານ​ວາງສະ​ແດງ​ເຄື່ອງ​ວິ​ຈິດ​ຕະ​ກຳ ​ເງິນ​ຕາ​ແລະ​ສະ​ແຕມ​ຂອງ​ປະ​ເທດ​ອາ​ຟິຼກ​ກາ

cri Author: lm


ທ່ານນາງເສິນຈື້ລີ້ ທີ່ປຶກສາແຫ່ງລັດຈີນຕັດແຖບຜ້າໃຫ້ງານວາງສະແດງ

ຕາມ​ຂ່າວ CRI: ງານ​ວາງສະ​ແດງ​​ເຄື່ອງ​ວິຈິດ​ຕະຍອດ​ຢ້ຽມ​ຂອງ​ອາ​ຟິຼກກາ​ແລະ​ງານ​ວາງ​ສະ​ແດງ​ເງິນ​ຕາແລ​ະສະ​ແຕມ​ຂອງ​ປະ​ເທດ​ອາ​ຟິຼກກາ​ໄດ້​ຈັດ​ຂຶ້ນຢູ່​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຈີນ​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 2 ພະຈິກ, ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຂອງ​ປະ​ເທດ​ອາ​ຟິຼກ​ກາ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ອາ​ຟິຼກກາ ທູ​ຕາ​ນຸ​ທູດ​ປະ​ເທດ​ອາ​ຟິຼກ​ກາ​ປະ​ຈຳ​ຈີນ​ເປັນຕົ້ນ 200 ກວ່າ​ຄົນ​ໄດ້​ເຂົ້າຊົມງານ​ວາງ​ສະ​ແດງ.

ງານ​ວາງສະ​ແດງ​​ເຄື່ອງວິຈິດ​ຕະຍອດ​ຢ້ຽມ​ຂອງອາ​ຟິຼກກາຈະ​ຈັດ​ຂຶ້ນ 10 ມື້, ​ໄດ້​ຄັດ​ເລືອກ​ເຄື່ອງ​ວິ​ຈິດ​ຕະກຳ ​ເຊັ່ນ ​ແກະສະຫຼັກ​ໄມ້ ຮູບ​ແຕ້ມ​ແລະ​​ຝັ້ນຫຍ້າ​ເປັນຕົ້ນ 300 ກວ່າ​ອັນ​ຂອງ​ປະ​ເທດ​ອາ​ຟິຼກ​ກາ​ຕ່າງໆມາ​ວາງສະ​ແດງ ​ໄດ້​ຕາງໜ້າ​ສິລະ​ປະ​ແບບ​ຢ່າງ​ຂອງ​ປະ​ເທດ​ອາ​ຟິຼກ​ກາ. ງານ​ວາງ​ສະ​ແດງ​ເງິນຕາ​ແລະ​ສະ​ແຕມ​ຂອງ​ປະ​ເທດ​ອາ​ຟິຼກ​ກາ​ຈະ​ຈັດ​ຂຶ້ນ 5 ມື້, ​ໄດ້​ວາງ​ສະ​ແດງ​ເງິນ​ເຈ້ຍ​ແລະ​ເງິນຫຼຽນ 400 ກວ່າ​ຊະນິດ​ຂອງ 48 ປະ​ເທດ​ອາ​ຟິຼກ​ກາ​ທີ່​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ກັບ​ຈີນ​, ​ໄດ້​ສະ​ແດງ​​ໃຫ້​ເຫັນ​ເອກະລັກ​ຊົນ​​ເຜົ່າ​ອັນ​ແຈ່ມ​ແຈ້ງ​ແລະ​ດົກ​ໜາ​ຂອງ​ປະ​ເທດ​ອາ​ຟິຼກ​ກາ​ຕ່າງໆ.

1  2