ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-03 16:03:49    
ຈີນປາບ​ຢາ​ເສບ​ຕິດ​ຢູ່​ຊາຍ​ແດນ​ຈີນ​ລາວ​ແລະ​ຈີນ​ມຽນ​ມາ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ​: ວັນ​ທີ 2 ພະຈິກ, ​ເຈົ້າໜ້າ​ທີ່​ຕຳຫຼວດກິ່ງ​ແຂວງສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ຈີນ​ໄດ້​ສິ້ນ​ສຸດ​ການປະຕິບັດ​ການ​ທີ່​ຊື່ວ່າ "ລ່າ​ເນື້ອ​ຢູ່​ຊາຍ​ແດນ" ທີ່​ດຳ​ເນີນ​ມາ​ເປັນ​ເວລາ 7 ມື້, ​ໄດ້​ມ້າງຄະດີ​ຢາ​ເສບ​ຕິດ 10 ລາຍ, ກວດ​ພົບ​ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ​ເກືອບ 13 ກິ​ໂລ.

ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແມ່ນ​ດຳ​ເນີນ​ຢູ່​ເຂດ​ຊາຍ​ແດນ​ຈີນ​ມຽນມາ​ແລະ​ຈີນ​ລາວ. ​ໃນ​ຫຼາຍ​ປີ​ມາ​ນີ້, ລາຄາ​ຢາ​ເສບ​ຕິດ​ຢູ່​ເຂດ​ໃນ​ຈີນຖີບ​ສູງ​ຂຶ້ນຫຼາຍ, ມີ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມ​ຫຼ່ຽມ​ຄຳ​ເຂົ້າສູ່​ສິບ​ສອງ​ພັ່ນ​ນາ​ເພີ່ມຫຼາຍຂຶ້ນ, ສະນັ້ນ, ​ຕຳ​ຫຼວດ​ທ້ອງ​ຖິ່ນ​ຈຶ່ງ​ໄດ້​ປະ​ຕິ​ບັດ​ການ "ລ່າ​ເນື້ອ​ຢູ່​ຊາຍ​ແດນ" ​ເທື່ອ​ນີ້.