ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-03 16:59:00    
ຜູ່​ຊ່ຽວ​ຊານ​ຈີນ​ແລະ​ອາ​ຊຽນ​ຫາ​ລື​ການ​ກໍ່​ສ້າງ​ລະ​ບົບ​ກົດ​ໝາຍ​ຂອງ​ເຂດ​ການ​ຄ້າ​ເສ​ລີ

cri
ຕາມ​ຂ່າວສານ​ຈີນ,​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ກົດໝາຍ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຄັ້ງ​ທີ​3​ໄດ້​ໄຂ​ຂຶ້ນ​ຢູ່ ນານ​ນິງ ​ເຂດ​ກວາງຊີ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ ວັນ​ທີ2​ພະຈິກ.​ເຈົ້າ​ໜ້າ​ທີ່​ຍຸດຕິ​ທຳ,​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ຈີນ​ແລະ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ໜ່ວຍ​ງານ​ຜູ່​ຊ່ຽວ​ຊານ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຫຼື​WTO​ແລະ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ອື່ນໆ​200​ຄົນ​ໄດ້​ເຂົ້າ​ຮ່ວມ​ເວທີ​ປຶກ​ສາ​ຫາ​ລື.

ເວທີ​ປຶກສາ​ຫາລື​ຄັ້ງ​ນີ້ມີ​ຫົວ​ຂໍ້​ວ່າ"ການ​ຮ່ວມ​ມື​ອາ​ຊຽນກັບ​ການ​ບໍລິການ​ດ້ານ​ກົດໝາຍ",​ໃນ​ເວທີ​ປຶກສາ​ຫາລື,ຜູ່​ຮ່ວມ​ປະຊຸມ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ແລະ​ປຶກສາ​ຫາ​ລື​ຫົວ​ຂໍ້​ສຳ​ຄັນ​ດ້ານ​ກົດ​ໝາຍ​ໃນ​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ເສດ​ຖະ​ກິດ​ການ​ຄ້າ,​ການ​ລົງ​ທຶນ​ແລະ​ກົນ​ໄກ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກັນ,​ເພື່ອ​ປັບ​ປຸງ​ກົດ​ໝາຍ​ກົດ​ບັນ​ຍັດ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສະ​ມາ​ຊິກ​ຕ່າງໆ​ໃຫ້​ສົມ​ບູນ​ຂຶ້ນ​ເປັນ​ກ້າວໆ,​ແລະ​ຊຸກ​ຍູ້​ການ​ກໍ່​ສ້າງ​ລະ​ບົບ​ກົດ​ໝາຍ​ຂອງ​ເຂດ​ການ​ຄ້າ​ເສ​ລີ.