ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-03 17:43:11    
ຮອດ​ປີ 2010 ປະລິມານ​ການ​ຜະ​ລິດ​ກ່ຳ​ປັ່ນ​ຂອງ​ຈີນ​ຈະ​ກວມ​ໂຄ​ຕາ​ຂອງ​ໂລກ 25% ຂຶ້ນ​ໄປ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ທ່ານ​ຈ່າງ​ກວາງ​ຊິ່ນ ປະທານ​ສະມາ​ຄົມ​ຂະ​ແໜງ​ການ​ອຸດ​ສາ​ຫະກຳ​ກ່ຳ​ປັ່ນ​ຈີນ​ກ່າວ​ວ່າ, ຮອດ​ປີ 2010, ກ່ຳ​ປັ່ນສຳ​ຄັນ​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອົາ​ເອງ​ຈະ​ບັນລຸ​ລະດັບ​ກ້າວໜ້າ​ຂອງ​ໂລກ, ປະ​ລິ​ມານ​ການ​ຜະ​ລິດ​ກ່ຳ​ປັ່ນ​ຂອງ​ຈີນ​ຈະ​ກວມ​ໂຄ​ຕາ​ຂອງ​ໂລກ 25% ຂຶ້ນ​ໄປ.

ທ່ານ​ຈ່າງ​ກວາງ​ຊິ່ນ​ກ່າວ​ວ່າ, ຕາມ​ແຜນການ​ຂອງ​ຈີນ, ຮອດ​ປີ 2010, ມູນ​ຄ່າ​ການ​ສົ່ງ​ອອກ​​ກ່ຳ​ປັ່ນ​ຂອງ​ຈີນຈະ​ບັນລຸ 12 ຕື້​ໂດ​ລາ, ​ແລະຈະ​ມີ​ວິ​ສາ​ຫະກິດຜະລິດ​ກ່ຳ​ປັ່ນ 4 ຫາ 5 ​ແຫ່ງ​ເຂົ້າ​ສູ່​ຖັນ​ແຖວ​ວິ​ສາ​ຫະກິດ​ຜະລິດ​ກ່ຳ​ປັ່ນ 10 ​ແຫ່ງ​ເຂັ້ມ​ແຂງ​ກວ່າ​ໝູ່​ໃນ​ໂລກ.

​ໃນຫຼາຍປີ​ມາ​ນີ້, ອຸດສາຫະກຳ​ຜະລິດ​ກ່ຳ​ປັ່ນ​ຂອງ​ຈີນ​ໄດ້​ພັດທະນາ​ໄວ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ​ນັບ​ແຕ່​ປີ 2003 ​ເປັນຕົ້ນມາ, ປະລິມານ​ກ່ຳ​ປັ່ນ​ທີ່ຜະລິດ​ແລ້ວ ຈຳນວນ​ໃບ​ສັ່ງ​ຈອງ​ຜະ​ລິດ​ທີ່​ໄດ້​ຮັບ​ໃໝ່​ແລະ​ໃບ​ສັ່ງ​ຈອງ​​ທີ່​ມີ​ຢູ່​​ແລ້ວໃນ​ປັດຈຸບັນ​ໄດ້ຫຼາຍ​ກວ່າ​ເອີ​ລົບ​ຢ່າງ​ຮອບ​ດ້ານ, ​ແລະ​ໄດ້​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ກັບປະ​ເທດ​ເຂັ້ມ​ແຂງ​ດ້ານ​ການ​ຜະ​ລິດ​ກ່ຳ​ປັ່ນ ​ເຊັ່ນ ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ເປັນຕົ້ນຢ່າງຫຼວງຫຼາຍ, ລູກ​ຄ້າ​ຕົ້ນ​ຕໍ​ໄດ້​ຈາກ​​ເຈົ້າ​ຂອງ​ກ່ຳ​ປັ່ນ​ຂະ​ໜາດ​ກາງ​ແລະ​ນ້ອຍ​ກາຍ​ເປັນ​ເຈົ້າ​ຂອງ​ກ່ຳ​ປັ່ນ​ຂະ​ໜາດ​ໃຫຍ່​ຂອງ​ໂລກ.