ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-03 18:43:18    
ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ຕີ​ລາ​ຄາ​ສູງ​ຕໍ່​ກອງ​ປະ​ຊຸມ​ສຸດ​ຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​ທີ່​ປັກ​ກິ່ງ

cri
ຕາມ​ຂ່າວCRI,​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ​​ໄຂ​ຂຶ້ນ​ທີ່​ປັກ​ກິ່ງ,ຫວ່າງ​ມໍ່ໆ​ນີ້,ສື່​ມວນ​ຊົນ​ຕ່າງປະ​ເທດ​ໄດ້​ພາ​ກັນ​ລາຍ​ງານ​ຂ່າວ​ພິມ​ບົດ​ວິ​ຈານ​ແລະ​ບົດ​ນຳ​,ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້.

ໜັງສືພິມ ​ແຟຼ​ເຕີ​ນິດ ​ອີ ​ມາຕິນ ໜັງສືພິມຝ່າຍ​ທາງ​ການ​ຂອງ​ກົດ​ດີ​ວົວ​ຂຽນ​ວ່າ:​ໃນ​ຂະ​ບວນ​ການ​ພັດທະນາ​ຂອງ​ໂກ​ລາ​ພິວັດ​ໃນ​ປັດຈຸບັນ,ປະ​ເທດ​ອາ​ຟຼິກ​ກາ​ຢູ່​ໃນ​ຖານະ​ທີ່​ບໍ່​ມີ​ຜົນ​ດີ,​ແຕ່​ຈີນ​ຍັງສະໜັບສະໜູນ​ປະ​ເທດ​ອາ​ຟິຼກກາ​ໃນ​ດ້ານການ​ເມືອງ,​ເສດ​ຖະ​ກິດ​ແລະ​ການ​ຕ່າງ​ປະ​ເທດ​ຄື​ເກົ່າ.

ໜັງສືພິມ​ເຕີ ​ແນ​ຊັນ ຂອງ​​ເກນ​ຢາ​ຂຽນ​ວ່າ,ປະມຸກ​ລັດ​ຫຼື​ຫົວໜ້າ​ລັດຖະບານ​ຂອງ​ອາ​ຟິຼກ​ກາ​40​ກວ່າ​ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​ຢ່າງ​ຕັ້ງ​ໜ້າ,​ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ ຄວາມ​ສຳຄັນ​ຕໍ່​ແຜ່ນດິນ​ໃຫຍ່​ອາ​ຟິຼກກາ​ທີ່​ຮັດ​ແໜ້ນ​ການ​ພົວພັນ​ກັບ​ຈີນນັ້ນ​ຢ່າງ​ແຂງ​ແຮງ.

ໜັງສືພິມ ​ອິນ​ເຕີ​ແນ​ຊັນ​ໂນ ​ເຮີ​ຣາດ ຕິຼບູນ​ຂອງ​ອາ​ເມ​ລິ​ກາ​ຂຽນ​ວ່າ,​ເບົ້າ​ແບບ​ພັດ​ທະ​ນາ​ທີ່​ເຮັດ​ໃຫ້​ເສດຖະກິດ​ຈີນ​ພັດທະນາ​ຢ່າງຟົດ​ຟື້ນນັ້ນ​ແມ່ນ​ປັດ​ໄຈ​ສຳຄັນ​ໜຶ່ງ​ທີ່​ດຶງ​ດູດ​ຜູ່​ນຳ​ປະ​ເທດ​ອາ​ຟິຼກກາ​ທັງຫຼາຍ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ປັກ​ກິ່ງ​ເທື່ອ​ນີ້.​ເບົ້າ​ແບບ​ຈີນ​ດັ່ງ​ກ່າວ​ກໍ​​ເປັນ​ການ​ທ້າ​ທາຍ​ຕໍ່​ທັດ​ສະ​ນະ​ຄະ​ຕິ​ດັ້ງ​ເດີມ​ຂອງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແນວ​ໃດ.

ໜັງສືພິມໂນເວເລັສ ເຕີຢູລົບຂອງຝຼັງຂຽນວ່າ,ກອງປະຊຸມສຸດຍອດເທື່ອນີ້ໄດ້ສ່ອງແສງ
ໃຫ້ເຫັນໝາກຜົນດ້ານການຕ່າງປະເທດທີ່ຮອບດ້ານແລະສັນຕິພາບຂອງຈີນ,ແລະກໍໄດ້
ສະແດງໃຫ້ເຫັນທັດສະນະຄະຕິທີ່ສ້າງໂລກທີ່ກົມກຽວກັນທີ່ສະເໜີໂດຍຜູ່ນຳລຸ້ນໃໝ່ຂອງ
ຈີນ.