ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-03 20:21:47    
ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ​3​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟິຼກ​ກາ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ

cri

ຕາມ​ຂ່າວCRI, ກອງ​ປະຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ​3​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟິຼກ​ກາ​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​3​ພະ​ຈິກ,​ຜູ່​ແທນ​ຂອງ​ຈີນ​ແລະ​48​ປະ​ເທດ​ອາ​ຟຼິກ​ກາ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.

ທ່ານນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ​ວ່າ,​ເວ​ທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟິຼກກາ​ແມ່ນ​ມາດ​ຕະ​ການ​ຍຸດ​ທະ​ສາດ​ອັນ​ສຳ​ຄັນ​ທີ່​ຈີນ​ອາ​ຟິຼກ​ກາ​ຮ່ວມ​ກັນ​ນຳ​ໃຊ້​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ໃນ​ສະ​ຕະ​ວັດ​ໃໝ່,​ສົ່ງ​ເສີມ​ໄມ​ຕີ​ຈິດ​ອັນ​ເປັນ​ມູນ​ເຊື້ອ​ແລ​ະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.​ຈີນ​ແລະ​ອາ​ຟິຼກ​ກາ​ຄວນ​ບູ​ລະ​ນະ​ກົນ​ໄກ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຊຸກ​ຍູ້​ການ​ຮ່ວມ​ມື​​ໃນ​ຂອບ​ເວທີ​ປຶກ​ສາ​ຫາລື​ລະ​ຫວ່າງ​ຈີນ​ກັບ​ອາ​ຟິຼກ​ກາ.

ທ່ານ​ເຊ​ຢູມ ​ເມສຟິນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເອ​ທີ​ໂອ​ປີ​ໄດ້​ຕາງ​ໜ້າ​ປະ​ເທ​ດອາ​ຟິຼກ​ກາ​ກ່າວ​ຄຳ​ປາ​ໄສ​ວ່າ,​ໃນ6​ປີ​ທີ່​ຜ່ານ​ມາ,​ເວທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​-ອາ​ຟຼິກ​ກາ​ໄດ້​ອຳ​ນວຍ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ຄ້າ,​ການ​ລົງ​ທຶນ​,ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແລະ​ຂົງ​ເຂດ​ອື່ນໆ.​ແລະ​ກໍ​ໄດ້​ສ້າງ​ຄວາມ​ອາດ​ເປັນ​ໄປ​ໄດ້​ໃຫ້​ແກ່​ ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ວຽກ​ງານ​ລະ​ຫວ່າງ​ຊາດ.​ເອທີ​ໂອ​ປີ​ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ຮ່ວມ​ຂອງ​ເວທີ​ປຶ​ກສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟິຼກ​ກາ,​ຈະ​ອອກ​ແຮງ​ສຸດ​ຂີດ​ເພື່ອ​ຮັບ​ປະ​ກັນ​ໃຫ້​ກອງ​ປະ​ຊຸມ​ສຸດ​ຍອດ​ເທື່ອ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ.

1  2