ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-03 20:53:09    
ທ່ານ​ຫູ​ຈິນທ່າວ​ແຍກ​ກັນ​ພົບ​ປະກັບ​ປະທາ​ນາ​ທິບໍດີຂອງຫຼາຍປະ​ເທດ​ອາ​ຟະ​ລິ​ກາ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ3​ພະຈິກ,ຢູ່​ຫໍ​ສະພາ​ປະຊາຊົນ,ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດຈີນ​ໄດ້​ແຍກ​ກັນ​ພົບ​ປະ​ກັບ​ປະທານາທິບໍດີ​ຂອງຫຼາຍປະ​ເທດ​ອາ​ຟະ​ລິ​ກາ​ ຄື​ກົງ​​ໂກ​ບຼາ​ຊາ​ວິນ ອູ​ການ​ດາ ​ເຊ​ລາ​ເລ​ອອນ ລູ​ວັງ​ດາ ​ກາ​ນາ ເກນ​ຢາ ມາດາ​ກາສກາ ກຳ​ເມີ​ລຸນ ດານ​ຊາ​ນີ​ແລະ​ນີ​ເຊ​ຣີ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ​ອາ​ຟະ​ລິ​ກາ.

​ໃນ​ການ​ພົບ​ປະ,ທ່ານ​ຫູ​ຈິນທ່າວ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ປະ​ເທດ​ຕ່າງໆ​ທີ່​ຍຶດ​ໝັ້ນ​ປະ​ຕິ​ບັດ​ຕາມ​ນະ​ໂຍບາຍ​ຈີນ​ດຽວ.​ພ້ອມ​ກັນ​ນັ້ນ,​ທ່ານ​ກ່າວ​ວ່າ,​ການ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ປັກ​ກິ່ງ​ຄັ້ງ​ນີ້​ຢ່າງ​ສຳ​ເລັດ​ຜົນ​ມີ​ຄວາມ​ໝາຍ​ອັນ​ສຳ​ຄັນ​ຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ​ລະ​ຫວ່າງ​ຜູ້​ນຳ​ຂອງ​ຈີນ​ກັບ​ອາ​ຟະ​ລິ​ກາ ຮັດ​ແໜ້ນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ​ອາ​ຟະ​ລິ​ກາ​ ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ຈີນ​ກັບ​ອາ​ຟະ​ລິ​ກາ​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​​ໃຕ້ໆ.

​ຜູ້ນຳ​ຂອງ​ປະ​ເທດ​ອາ​ຟະ​ລິ​ກາ​ຕ່າງໆ​ກ່າວ​ວ່າ,ຈີນ​ແມ່ນ​​ຄູ່​ຮ່ວມມື​ທີ່ປະຊາຊົນ​ອາ​ຟະ​ລິ​ກາ​ຍິນ​ດີ​ຕ້ອນ​ຮັບ,​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ນີ້​​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຟະ​ລິ​ກາ.