ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-04 18:37:21    
ທ່ານ​​ເຊີນ​ສຸຍ​ປຽນ ຜູ້​ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ຖືກ​ຢືນ​ຢັນ​ມີ​ການ​ກະ​ທຳ​ສໍ້​ລາດ​ບັງ​ຫຼວງ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 3 ພະ​ຈິກ,ອົງ​ການ​ໄອ​ຍະ​ການ​ຂອງ​ໄຕ້​ຫວັນ​ໄດ້​ປະກາດສິ້ນ​ສຸດ​ການ​ສືບ​ສວນ​ຕໍ່​ທ່ານ​ເຊີນ​ສຸຍ​ປຽນ ຜູ້ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ກ່ຽວ​ກັບ​ຄະດີ​ສໍ້​ລາດ​ບັງ​ຫຼວງ.ຝ່າຍ​ໄອ​ຍະ​ການ​ເຫັນ​ວ່າ,ທ່ານ​ເຊີນ​ສຸຍ​ປຽນ​ຖືກ​ສົງ​​ໄສ​ມີ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​ແລະ​ປອມ​ແປງ​ເອກະ​ສານ,​ແຕ່​ຍ້ອນ​​ເພິ່ນ​ເປັນ​ຜູ້ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ,ມີ"ສິດ​ຍົກ​ເວັ້ນ​ທາງ​ອາຍາ",ຈຶ່ງ​ບໍ່​​ໄດ້​ຮ້ອງ​ຟ້ອງ​ຕໍ່​ສານ​ຊົ່ວ​ຄາວ,ຕ້ອງ​ຖ້າ​ເວລາ​ຮອດ​ເພິ່ນ​ຖືກ​ປົດ​ຕຳ​​ແໜ່ງຫຼື​ລາ​ອອກ​ຈາກ​ຕຳ​ແໜ່ງ​ແລ້ວ​ຈຶ່ງ​ລົງ​ໂທດ​;ນາງ​ອູ​ຊູ່​​ເຈິ່ນ ພັນ​ລະ​ຍາ​ຂອງ​ທ່ານ​ເຊີນ​ສຸຍ​ປຽນ​ໄດ້​ຕົວະ​​ເອົາ 14 ລ້ານ 8 ​ແສນ​ກວ່າ​ເງິນໄຕ້​ຫວັນໃໝ່​,ຖືກ​ສົງ​ໄສ​ມີ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​ແລະປອມ​ແປງເອກະສານ​,ຈະ​ຖືກ​ຮ້ອງ​ຟ້ອງ.

ພາຍ​ຫຼັງ​ຂ່າວ​ດັ່ງກ່າວ​ໄດ້​​ຊ່າ​ລື​ອອກ​ມາ​ແລ້ວ,ພັກ​ການ​ເມືອງ​ສຳຄັນ​ຕ່າງ​ໆ​ພາຍ​ໃນ​​ເກາະໄຕ້​ຫວັນ​ເຊັ່ນ​ພັກ​ກົກ​ມິນ​ຕັງ​ຈີນ ພັກ​ຊີ່​ນມິນ​ຕັງ "ສະຫະພັນ​ສາມັກຄີ​​ໄຕ້ຫວັນ"​ເປັນ​ຕົ້ນ​ໄດ້​ທະຍອຍ​ກັນ​ຮຽກຮ້ອງ​ໃຫ້​ທ່ານ​ເຊີນ​ສຸຍ​ປຽນ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ທັນທີ.ຕອນ​ຄ່ຳ​ວັນ​ທີ 3 ພະຈິກ,ພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ຈັດ​ກອງ​ປະຊຸມ,ຕົກລົງ​ຈະ​ຈັດການ​ແຫ່​ຂະ​ບວນຢ່າງ​ຂະ​ໜາດ​ໃຫຍ່ທີ່​ມີ​ຄຳ​ຂວັນ​ວ່າ"ສິ້ນ​ສຸດ​ການ​ສໍ້​ລາດ​ບັງ​ຫຼວງ ປະຊາ​ຊົນ​ເປັນ​ເຈົ້າ"ຢູ່​ໄຕ​ເປໃນ​ຕອນ​ບ່າຍວັນ​ທີ 5 ພະຈິກ,ຖ້າ​ທ່ານ​ເຊີນ​ສຸຍ​ປຽນ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່ງ​ພາຍ​ໃນ 48 ຊົ່ວ​ໂມງ,ພັກ​ກົກ​ມິນ​ຕັງ​ຈະ​ສະ​ເໜີ​ຍັດຕິ​ປົດ​ຕຳ​ແໜ່​ງຂອງ​ທ່ານ​ເຊີນສຸຍ​ປຽນ​ເປັນ​ຄັ້ງ​ທີ 3 ​ໃນ​ອາທິດ​ໜ້າ.

ປະ​ຈຸ​ບັນ,ທ່ານ​ເຊີນ​ສຸຍ​ປຽນ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ບໍ່​ໄດ້​​ໃຫ້​ຄຳ​ຕອບ​ໃດໆ​ຢ່າງ​ເປີດ​ເຜີຍ​ຕໍ່​ເລື່ອງ​ນີ້.