ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-04 20:11:57    
ທ່ານ​ຫູ​ຈີນ​ທ່າວ​ພົບ​ປະ​ປະ​ທາ​ນາ​ທິ​ບໍ​ດີ​ກີ​ເນ​ເສັ້ນ​ສູນ​ສູດ ປະ​ທາ​ນາ​ທິບໍ​ດີ​ມາ​ລີ​ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເອ​ຕີ​ໂອ​ປີ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ວັນ​ທີ 4 ພະ​ຈິກ,ຢູ່​ປັກ​ກິ່ງ,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​​ແຍກ​ອອກ​ພົບ​ປະ​ທ່ານ​ໂອ​ບີ​ອາງ ນີ​ເກີ​ມາ ບາ​​ໂຊ​ໂກ ປະທາ​ນາທິບໍດີ​ກີ​ເນ​ເສັ້ນ​ສູນ​ສູດ ທ່ານ​ອາມາ​ໂດ ​ໂທ​ມາ​ນີ ​ໂທ​ຣ ປະທາ​ນາທິ​ບໍດີ​ມາລີ​ແລະ​ທ່ານ​ເມ​ເລ​ສ໌ ​ເຊ​ນາວີ ນາຍົກ​ລັດຖະ​ມົນຕີ​ເອຕີ​ໂອ​ປີ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ຈີນ​ອາ​ຟຼິກາ​ທີ່​ປັກ​ກິ່ງ.

ກ່ອນ​ອື່ນ,ທ່ານຫູຈີນ​ທ່າວ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ຂອບ​ອົກ​ຂອບ​ໃຈ​ນຳ​ຜູ້ນຳ 3 ທ່ານ​ທີ່​ມາ​ເຂົ້າ​ຮ່ວມ​ກອງປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ຈີນ​ອາ​ຟຼິກາ​ທີ່​ປັກ​ກິ່ງ.ທ່ານ​ຫວັງ​ໃຫ້​ສອງ​ຝ່າຍຈົ່ງ​ພະຍາຍາມ​ພ້ອມ​ກັນ,ຖືກ​ອງປະຊຸມ​ສຸດ​ຍອດ​​ເວທີ​ປາ​ໄສ​ເທື່ອ​ນີ້​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່,ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດລະຫວ່າງ​ຈີນ​ອາ​ຟຼິກາ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່ຢຸດ​ຢັ້ງ.

ຜູ້ນຳ​ຂອງ 3 ປະ​ເທດ​ດັ່ງ​ກ່າວ​ຊີ້​ອອກ​ວ່າ,ການ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ມີ​ຄວາມ​ໝາຍ​ອັນ​ສຳຄັນຕໍ່​ການ​ຊຸກຍູ້​ການ​ຮ່ວມ​ມື​ຈີນ​ອາ​ຟຼິ​ກາ​ແລະ​ການ​ຮ່ວມມື​ໃຕ້ໆ.ນະ​ໂຍບາຍ​ແລະ​ມາດ​ຕະການ 8 ດ້ານ​ທີ່​ລັດ​ຖະບານ​ຈີນ​ໄດ້​ປະ​ກາດ​​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຂາຍຸດ​ທະ​ສາດ​ແບບ​ໃໝ່​ລະຫວ່າງ​ຈີນ​ອາ​ຟຼິກາ​ນັ້ນ​ເຮັດ​ໃຫ້​ຄົນ​ຕື້ນ​ຕັນ​ໃຈ​ຫຼາຍ.

ຜູ້ນຳ​ປະ​ເທດ​ອາ​ຟິຼ​ກາ 3 ທ່ານ​ຍັງ​ເວົ້າ​ວ່າ,​ໃນ​ໂລກ​ນີ້​ມີ​ແຕ່​ຈີນ​ດຽວ,ຈະ​ປະ​ຕິບັດ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ.