ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-05 19:09:42    
ການ​ປັບ​ປຸງ​ໂຄງປະ​ກອບ​ການ​ລົງ​ທຶນ​ໃຫ້​ດີ​ຂຶ້ນ​ໄດ້​ກາຍ​ເປັນ​ຈຸດ​ໜັກ​ຂອງ​ນະ​ໂຍ​ບາຍ​ດູດ​ດຶງ​ເອົາ​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ຕໍ່ໜ້າ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:​ໃນ​ກອງ​ປະຊຸມ​ປະຈຳ​ປີ CEO ຄັ້ງ​ທີ 10 ຂອງ​ວາລະສານ"ບີ​ຊີ​ນນິສ ວີກ"ທີ່​ຫາ​ກໍ່​ອັດ​ລົງ,ທ່ານ​ນາງ​ມາ​ສີ້ວ​ຮົງ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ,ການ​ປັບປຸງໂຄງ​ປະ​ກອບ​ອຸດ​ສາ​ຫະກຳ​ນັກ​ທຸລະ​ກິດ​ຕ່າງປະ​ເທດ​ລົງທຶນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ​ແລະ​ຍົກ​ຄຸນ​ນະພາບ​ແລະ​ລະດັບ​ຂອງ​ການ​ດູດ​ດຶງ​ເອົາ​ທຶນ​ຕ່າງປະ​ເທດ​ໃຫ້​ສູງ​ຂຶ້ນ​ນັ້ນ,ຈະ​ກາຍ​ເປັນ​ຈຸດ​ໜັກຂອງ​ນະ​ໂຍບາຍ​ດູດ​ດຶງ​ເອົາ​ທຶນ​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ຕໍ່ໜ້າ.

ນາງ​ເວົ້າ​ວ່າ,​ໃນ​ຕໍ່ໜ້າ,ຈີນ​ຈະອີງ​ຕາມ​ຄວາມຕ້ອງການ​ຂອງ​ການ​ພັດທະນາ​​ເສດຖະກິດ​ແຫ່ງ​ຊາດ​ແລະ​ການ​ປັບ​ປຸງ​ໂຄງ​ປະກອບ​ອຸດສາ​ຫະກຳ,ປັບປຸງ​ສາລະ​ບານ​ການ​ຊີ້​ນຳ​ອຸດສາ​ຫະກຳ​ດູດ​ດຶງ​ນັກ​ທຸລະ​ກິດ​ຕ່າງ​ປະ​ເທດ​ມາ​ລົງທຶນ​ໃນ​ເວລາ​ເໝາະ​ສົມ,ພ້ອມ​ກັນ​ນັ້ນ,ສົ່ງ​ເສີມ​ໃຫ້​ນັກ​ທຸລະ​ກິດ​ຕ່າງປະ​ເທດ​ລົງ​ທຶນ​ຢູ່​ແຫຼ່ງ​ອຸດສາ​ຫະກຳ​​ເກົ່າ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ,ຊຸກ​ຍູ້ໃຫ້​ນັກ​ທຸລະ​ກິດ​ຕ່າງ​ປະ​ເທດ​ໄປລົງທຶນ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,ນັບ​ມາ​ຮອດ​ທ້າຍ​ເດືອນ​ກັນຍາ​ປີ​ນີ້,​ແຫຼ່ງການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໄດ້​ລື່ນ​ກາຍ 200 ປະ​ເທດ​ແລະ​ເຂດ​​ແຄວ້ນ,​ໃນ 500 ​ວິ​ສາ​ຫະກິດ​ເຂັ້ມ​ແຂງ​ຂອງ​ໂລກ,ມີ 480 ​ໄດ້​ມາ​ລົງທຶນ​ຢູ່​ຈີນ,ການ​ລົງທຶນ​ໃນ​ອຸດສາຫະກຳ​ເຕັກ​ນິດ​ສູງ​ແລະ​ໃໝ່​ໄດ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.