ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-06 20:38:32    
5 ປະ​ເທດ​ອາ​ຟຼິກາ​ຮັບ​ຮອງ​ຖາ​ນະ​ເສດ​ຖະ​ກິດ​ຕະ​ຫຼາດ​ຢ່າງ​ສົມ​ບູນ​ຂອງ​ຈີນ

cri Author: cai
ຕາມ​ຂ່າວ​CRI:ພາຍ​ຫຼັງ​ອານ​ເຊ​ລີ ຊູ​ດັງ ອາ​ຟຼິກາ​ກາງ​ແລະ​ເຊຣາ​ເລ​ອອນກັບ​ຈີນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ຮັບ​ຮອງ​ຖາ​ນະ​ເສດ​ຖະ​ກິດ​ຕະ​ຫຼາດ​ຢ່າງ​ສົມ​ບູນ​ຂອງ​ຈີນ​ໃນ​ວັນ​ທີ 5 ພະ​ຈິກ​ແລ້ວ,ວັນ​ທີ 6 ພະ​ຈິກ,ເອຢິບ​ກໍ່​ໄດ້​ປະກາດ​ວ່າ​ຮັບຮອງ​ຖານະ​ເສດ​ຖະ​ກິດ​ຕະຫຼາດ​ຢ່າງ​ສົມບູນ​ຂອງ​ຈີນ.

ວັນ​ທີ 6 ພະ​ຈິກ,ຢູ່​ປັກ​ກິ່ງ,ທ່ານ​ປໍ​ຊີ່​ລາຍ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ກັບ​ທ່ານໂມ​ຮາ​ມາດ ຣາຊີດ ລັດ​ຖະ​ມົນຕີ​ກະຊວງ​ການ​ຄ້າ​ກັບ​ຕ່າງປະ​ເທດ​ແລະ​ອຸດ​ສາ​ຫະ​ກຳ​ເອຢິບ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ເອຢິບ​ຮັບຮອງ​ຖານະເສດ​ຖະກິດ​ຕະຫຼາດ​ຢ່າງ​ສົມບູນ​ຂອງ​ຈີນ​ແລະ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ນັບ​ມາ​ຮອດ​ປະຈຸ​ບັນ,​ໄດ້​ມີ 14 ປະ​ເທດ​ອາ​ຟຼິກາ​ຮັບ​ຮອງ​ຖານະ​ເສດ​ຖະກິດ​ຕະ​ຫຼາດ​ຢ່າງ​ສົມບູນ​ຂອງ​ຈີນ​ແລ້ວ.