|
 |
(GMT+08:00)
2006-11-08 20:34:59
|
"ເວທີປາໄສການຮ່ວມມືດ້ານວັດທະນະທຳອາຊີປີ 2006"ໄຂຂຶ້ນຢູ່ຮົງກົງ
cri
Author: cai
ຕາມຂ່າວCRI:ວັນທີ 8 ພະຈິກ,"ເວທີປາໄສການຮ່ວມມືດ້ານວັດທະນະທຳອາຊີປີ 2006"ໄດ້ໄຂຂຶ້ນຢູ່ຮົງກົງ.
ຫົວຂໍ້ຂອງເວທີປາໄສເທື່ອນີ້ແມ່ນລັກສະນະທັນສະໄໝຂອງສິນລະປະວັດທະນະທຳອາຊີ,ມີຈຸດປະສົງເພື່ອຊຸກຍູ້ການຮ່ວມມືດ້ານວັດທະນະທຳຂອງທົ່ວພາກພື້ນອາຊີ.ລັດຖະມົນຕີກະຊວງວັດທະນະທຳຂອງ 8 ປະເທດເຊັ່ນ ສິງກະໂປ ໄທ ສ.ເກົາຫຼີເປັນຕົ້ນ,ແລະຜູ້ແທນຂອງຫຼາຍອົງການວິຊາການທີ່ມີຊື່ສຽງຂອງຮົງກົງແລະສາກົນໄດ້ເຂົ້າຮ່ວມເວທີປາໄສເທື່ອນີ້.ພວກເພິ່ນຈະແລກປ່ຽນກັນກ່ຽວກັບບົດຮຽນຂອງອາຊີໃນການພັດທະນາສິນລະປະວັດທະນະທຳແລະໂອກາດພັດທະນາໃນອະນາຄົດຂອງຂະແໜງການວັດທະນະທຳເປັນຕົ້ນ.
ເວທີປາໄສເທື່ອນີ້ຈະດຳເນີນໄປຮອດວັນທີ 11 ພະຈິກ.
|
|
|