ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-10 17:29:47    
ຈີນ​ວາງ​ກົດ​ລະ​ບຽບ​ກ່ຽວ​ກັບ​ທຶນ​ຕ່າງ​ປະ​ເທດ​ຊື້​ເອົາ​ວິ​ສາ​ຫະ​ກິດ​ຈີນ​ນັ້ນ​ບໍ່​ແມ່ນ​ເພື່ອ​ຈຳ​ກັດການ​ດູດ​ດຶງ​ທຶນ​ຕ່າງ​ປະ​ເທດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 10 ພະຈິກ,ທ່ານ​ກົ່ວ​ຈີ່​ງອີ້ ຮອງ​ຫົວໜ້າ​ກົມ​ສົນທິສັນຍາ​ແລະ​ກົດໝາຍ​ຂອງ​ກະຊວງ​ການ​ຄ້າ​ຈີນ​ເວົ້າ​ວ່າ,ການວາງ​ກົດ​ລະບຽບກ່ຽວ​ກັບ​ທຶນ​ຕ່າງປະ​ເທດຊື້ເອົາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດຈີນ​ນັ້ນ​ບໍ່​ແມ່ນເພື່ອຈຳກັດ​ການ​ດູດ​ດຶງ​ທຶນ​ຕ່າງປະ​ເທດ,ຫາກ​ແມ່ນ​ເພື່ອ​ສືບ​ຕໍ່​ຂະຫຍາຍ​ຊ່ອງ​ທາງ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ.

ທ່ານ​ກົ່ວ​ຈີ່​ງອີ້​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ"​​ເວ​ທີ​ປາ​ໄສ​ວິ​ສາ​ຫະກິດ​ເອກະ​ຊົນ​ສົນທະນາ​ກັບ 500 ວິ​ສາ​ຫະກິດ​ແຖວ​ໜ້າຂອງ​ໂລກປີ 2006"ທີ່​ຈັດ​ຂຶ້ນ​ຢູ່​​ເມືອງເວີ່ນ​ໂຈ່ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.

ໃນ​ເດືອນ​ສິງ​ຫາ​ປີ​ນີ້, 6 ກະ​ຊວງ​ແລະ​ຄະນະ​ກຳມະ​ການ​ທຽບ​ເທົ່າ​ຂອງ​ຈີນ​ເຊັ່ນ​ກະຊວງ​ການ​ຄ້າ​ຈີນ​ເປັນ​ຕົ້ນ​ໄດ້​ວາງ"ຂໍ້​ກຳນົດ​ກ່ຽວ​ກັບ​ຜູ້​ລົງ​ທຶນ​ຕ່າງ​ປະ​ເທດ​ຊື້​ເອົາ​ວິ​ສາ​ຫະກິດ​ພາຍ​ໃນປະ​ເທດ​ຈີນ",​ໄດ້​​ເຮັດ​​ໃຫ້​ພາຍ​ໃນ​ປະ​​ເທດ​ແລະ​ຕ່າງ​ປະ​ເທດ​ສົນ​ໃຈ​ນຳ​ຢ່າງ​ກວ້າງຂວາງ.ທ່ານ​ກົ່ວ​ຈີ່​ງອີ້​ເວົ້າ​ວ່າ,​ເຖິງ​ວ່າ​ມີ​ຫາງ​ສຽງ​ສົງ​ໄສ​ວ່າຈີນ​ຈະ​ປິດ​ປະຕູ​ຂອງ​ການ​ດູດ​ດຶງ​ທຶນ​ຕ່າງປະ​ເທດ,​ແຕ່​ວ່າ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ວາງ​ຂໍ້​ກຳນົດ​ດັ່ງ​ກ່າວ​ແມ່ນ​ຍຶດ​ໝັ້ນ​ການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ,ຍຶດ​ໝັ້ນ​ການນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ,ສືບ​ຕໍ່​ຂະ​ຫຍາຍ​ຊ່ອງ​ທາງ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ,ອະນຸຍາດ​ແລະ​ສົ່ງ​ເສີມ​ໃຫ້​ຜູ້​ລົງທຶນ​ຕ່າງປະ​ເທດ​ຊື້ເອົາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຈີນ.