ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-11 17:41:07    
25​ຕົວ​ເມືອງ​ໃນ​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຢ່າງ​ເຊ​ຈະ​ຮ່ວມ​ກັນ​ຈັດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ງານ​ເອັກສ​ໂປ​ຊຽງ​ໄຮ້

cri
ຕາມ​ຂ່າວສານ​ຊິນ​ຮວາ,25​ເມືອງ​ທ່ອງ​ທ່ຽວ​ໃນ​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຢ່າງ​ເຊ​ຂອງ​ຈີນ​ຈະ​ຊອກ​ຫາ​ເນື້ອ​ໃນ​ລະ​ອຽດ​ດ້ານ​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ,​ຮ່ວມ​ກັນ​ຈັດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ໂດຍ​ສະ​ເພາະ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຢ່າງ​ເຊ​ໃນ​ໄລ​ຍະ​ງານ​ວາງ​ສະ​ແດງ​ຫຼື​ເອັກສ​ໂປ​ໂລກ​ຊຽງ​ໄຮ້​ທີ່​ຈັດ​ຂຶ້ນ​ເມື່ອ​ປີ​2010.

ຕາມ​ແຜນ​ການ,​ເສັ້ນທາງ​ທ່ອງ​ທ່ຽວ​ງານ​ເອັກສ​ໂປ​ໂລກ​ຕົ້ນ​ຕໍ​ມີ,​ເສັ້ນ​ທາງ​ທ່ອງ​ທ່ຽວ​ຈາກ​ເມືອງ​ຊຽງ​ໄຮ້ ເມືອງ​ຫາງ​ໂຈ່​ວຮອດ ພູ​ຫວງ​ຊ່ານ ​ເຊິ່ງມີ​ຊື່​ວ່າ"ພູ ໜອງ ​ແລະ​ເມືອງ​ທີ່​ມີ​ຊື່​ສຽງ", ​ເສັ້ນ​ທາງ​ທ່ອງ​ທ່ຽວຈາກ​ເມືອງ​ຫ່າງ​ໂຈ່​ວ ​ເມືອງ​ຊູ​ໂຈ່​ວ ​ເມືອງ​ຊຽງ​ໄຮ້​ ຖົງ​ລີ ບ້າ​ໂຈ່ວ​ຈວ່າງ​ເຊິ່ງ​​ມີ​ຕົວ​ເມືອງ​ທີ່​ມີ​ຊື່​ສຽງ​ໃນ​ເຂດ​ສາມຫຼ່ຽມ​ແມ່​ນ້ຳ​ຢ່າງ​ເຊ​ແລະ​ບ້ານ​ແຄມ​ແມ່​ນ້ຳ​ທາງ​ພາກ​ໃຕ້​​ແລະ​ອື່ນໆ.

ຕາມ​ຄາດ​ຄະ​ເນ​ວ່າ,​ໃນ​ໄລ​ຍະ​ຈັດ​ງານ​ເອັກສ​ໂປ​ໂລກ​ຊຽງ​ໄຮ້​ຈະ​ມີ70​ລ້ານ​ເທື່ອ​ຄົນ​ເຂົ້າ​ຊົມ,​ໃນ​ນັ້ນ,ຜູ່​ຊົມ​ຕ່າງປະ​ເທດ​ຈະ​ມີ​ເຖິງ​5​ລ້ານ​2​ແສນ​ຄົນ​ຂຶ້ນ​ໄປ.