ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-11 17:45:03    
ປະຊາຄົມໂລກສືບຕໍ່ຕີລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່ກອງປະຊຸມສຸດ​ຍອດ​ທີ່​ປັກ​ກິ່ງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ​ອາ​ຟິຼກ​ກາ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນຫຼາຍມື້​ມາ​ນີ້, ປະຊາ​ຄົມ​ໂລກ​ສືບ​ຕໍ່ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ກອງ​ປະ​ຊຸມ​ສຸດ​ຍອດ​ທີ່​ປັກ​ກິ່ງ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຟິຼກ​ກາ​ທີ່​ໄດ້​ອັດ​ລົງ​ແລ້ວ.

ວັນ​ທີ 10 ພະຈິກ, ນາງ​ອານ ​ເວ​ເນ​ມານ ຫົວໜ້າ​ບໍລິຫານ​ງານ​ຂອງກອງ​ທຶນ​ເດັກ​ນ້ອຍ​ຂອງ​ສະ​ຫະ​ປະຊາ​ຊາດ​ກ່າວ​ວ່າ​, ກອງ​ປະຊຸມ​ສຸດ​ຍອດ​ທີ່​ປັກ​ກິ່ງ​ໄດ້​ຮັບ​ໝາກ​ຜົນ​ອັນ​ຕັ້ງ​ໜ້າ​ທີ່​ສຸດ, ຈະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ປັບ​ປຸງ​ເງື່ອນ​ໄຂ​ຊີ​ວິດ​ການ​ເປັນ​ຢູ່​ແລະ​ການ​ພັດ​ທະນາ​ຂອງ​ເດັກນ້ອຍ​ຂອງ​ປະ​ເທດ​ອາ​ຟິຼກກາ.

ວັນ​ທີ 10 ພະຈິກ, ທ່ານ​ຕາ​ໂປ ​ເອັມ​ເບ​ກີ ປະທານາທິບໍດີ​ອາ​ຟິຼກກາ​ໃຕ້​ໄດ້​ຂຽນ​ບົດ​ຄວາມ​ຍາວ ​ໂດຍ​ຍ້ອງຍໍວ່າ ກອງ​ປະຊຸມ​ສຸດ​ຍອດ​ທີ່​ປັກ​ກິ່ງ​ແມ່ນ​ບາດກ້າວ​ທຳ​ອິດ​ທີ່​ຈີນ​ອາ​ຟິຼກ​ກາ​ກ້າວ​ໄປ​ສູ່​ການ​ພັດທະນາ​ແລະຄວາມ​ຈະ​​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ, ຈະ​ນຳ​ແຜ່ນ​ດິນ​ໃຫຍ່​ອາ​ຟິຼກ​ກາ​​ໃຫ້ກ້າວໄປ​ສູ່ອະນາຄົດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ.

ວັນ​ທີ 8 ພະຈິກ, ທ່ານ​ອີ​ໄຊ​ອາສ ອາ​ຟ​ເວີ​ກີ ປະທານາທິບໍດີ​ເອ​ຣີຕຣີກ່າວ​ວ່າ, ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊ່ອຍ​ເຫຼືອປະ​ເທດ​ອາ​ຟິຼກກາອັນ​ໄພສານ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ປັກ​ກິ່ງ, ຈະ​ປັບ​ປຸງ​ແລະ​ພັດທະນາ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ອາ​ຟິຼກ​ກາ​ກັບ​ຈີນ​ຕື່ມ​ອີກ.

ສື່​ມວນ​ຊົນຫຼາຍ​ແຫ່ງ​ ​ເຊັ່ນ ໜັງສືພິມ ​​"ເຕີ ​ກາ​ດຽນ" ຂອງ​ນີ​ເຊ​ຣີ​ເປັນຕົ້ນ​ໄດ້​ຢືນ​ຢັນ​ຄວາມ​ພະຍາຍາມ​ຂອງ​ຈີນ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ ຄວາມ​ໝັ້ນ​ຄົງ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ອາ​ຟິຼກກາ, ​ແລະ​ເຫັນ​ວ່າ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຟິຼກ​ກາ​ຈະ​ເຮັດ​ໃຫ້​ປະ​ເທດ​ອາ​ຟິຼກກາ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ຫຼວງ​ຫຼາຍ.