ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-11 20:20:57    
ທ່ານ​ຫູ​ຈິນທາວ​ກ່າວ​ວ່າ ຈີນ​ຍິນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ຈີນ​ຣັດ​ເຊຍ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ໃໝ່

cri Author: lm


ທ່ານຫູຈິນທາວພົບປະກັບທ່ານຟຣາດຄົຟຢູ່ຫໍສະພາປະຊາຊົນ

ຕາມ​ຂ່າວ CRI: ວັນ​ທີ 10 ພະຈິກຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ ທ່ານ​ອູ​ປາງ​ໂກ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຕ່າງ​ໄດ້​ພົບ​ປະກັບ​ທ່ານ​ຟຣາດ​ຄົຟ ນາ​ຍົກ​ລັດຖະມົນຕີຣັດ​ເຊຍ​ທີ່​ມາ​ຢ້ຽມຢາມ. ​ໃນ​​ເວລາ​ພົບ​ປະ, ທ່ານ​ຫູ​ຈິນ​ທາວ​ກ່າວ​ວ່າ, ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຣັດ​ເຊຍ ຜ່ານ​ການ​ເຮັດ​ວຽກ​ຕິດ​ແທດ​ຕົວ​ຈິງ​ແລະ​ພະ​ຍາ​ຍາມ​ຢ່າງ​ຈິງ​ຈັງ, ຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ອັນ​ຕິດ​ແທດ​ຕົວ​ຈິງ​ລະຫວ່າງ​ຈີນ​ກັບ​ຣັດ​ເຊຍ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ​ຫູ​ຈິນທາວ​​ໄດ້ຕີ​ລາຄາ​ສູງ​ຕໍ່​ກິດຈະກຳ "ປີມິດຕະພາບ" ທີ່ຈີນຣັດເຊຍຈັດ​ຂຶ້ນ​ເຊິ່ງ​ກັນ​ແລະ​ກັນ. ທ່ານຍັງກ່າວວ່າ, ຈີນຍິນດີພ້ອມກັບຣັດເຊຍ, ຈັດຕັ້ງປະ​ຕິ​ບັດ​ຕື່ມ​ອີກ​ຕໍ່​ໜ້າ​ທີ່​ທຸກ​ລາຍ​ທີ່ສະເໜີອອກໃນ "ສົນທິສັນຍາການຮ່ວມມືດ້ວຍ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງຈີນຣັດເຊຍ" ແລະ​ເອ​ກະ​ສານຮ່ວມມືຕ່າງໆ​ທີ່​ສອງ​ຝ່າຍ​ໄດ້​ເຊັນ​ກັນ, ທ່ານ​ຟຣາດ​ຄົຟ​ກ່າວ​ວ່າ, ຣັດ​ເຊຍ​ຫວັງ​​ເພີ່ມ​ທະວີ​ການຮ່ວມ​ມື​ກັບ​ຈີນ​​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ ການ​ລົງ​ທຶນ​ແລະ​ວິ​ທະ​ຍາ​ສາດ​ເຕັກນິກ, ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ໃໝ່.


ທ່ານອູປາງໂກພົບປະກັບທ່ານຟຣາດຄົຟຢູ່ຫໍສະພາປະຊາຊົນ

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ​ແລະ​ຂອງ​ອີຣານ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຟຣາດຄົຟ, ທ່ານ​ອູ​ປາງ​ໂກ​ກ່າວ​ວ່າ, ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ພ້ອມ​ກັບ​ຄະນະ​ກຳມະການສະຫະພັນແລະສະພາ​ດູ​ມາຂອງຣັດ​ເຊຍ​ເຂົ້າຮ່ວມ​ກິດ​ຈະ​ກຳ "ປີ​ມິດຕະພາບ​ຕໍ່ຈີນ" ທີ່​ຈະ​ຈັດ​ຂຶ້ນຢູ່ຣັດ​ເຊຍ​ໃນ​ປີໜ້າ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ສະພາ, ຮັບ​​ໃຊ້ການ​ພົວພັນ​ຄູ່​ຮ່ວມ​ມື​ປະສານ​ງານ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີກ​ວ່າ​ເກົ່າ.