ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-11-11 20:30:14    
ວາລະສານ​ຮຽນ​ພາສາ​ຈີນ​ "​ໂລກ​ແຫ່ງ​ພາ​ສາ​ຈີນ​" ​ເລີ່ມ​ພິມ​ຈຳ​ໜ່າຍ​ຢູ່​ທີ່​ປັກ​ກິ່ງ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 11 ພະຈິກ, ວາລະສານ "ຮັ້ນຢີຊື້​ເຈ້" ​ແປ​ວ່າ "​ໂລກ​ແຫ່ງ​ພາ​ສາ​ຈີນ​" ​ເຊິ່ງ​ແມ່ນ​ວາລະສານ​ຮຽນ​ພາສາ​ຈີນ​ທີ່​ແນ​ໃສ່​ຜູ່​ອ່ານ​ຂອງ​ຕ່າງ​ປະ​ເທດ​ພຽງ​ສະ​ບັບ​ດຽວຂອງ​ຈີນ​ໃນ​ປັດຈຸບັນ​ໄດ້​ເລີ່​ມພິມ​ຈຳ​ໜ່າຍ​ຢູ່​ທີ່​ປັກ​ກິ່ງ, ​​ກາຍ​ເປັນ​ຂົວ​​ຕໍ່​ໃໝ່​ສຳ​ລັບ​ຜູ່​ອ່ານ​ຂອງ​ຕ່າງປະ​ເທດເຂົ້າ​ໃກ້​ກັບຈີນ ​ແລະ​ຊອກ​ຮູ້​ວັດ​ທະ​ນະ​ທຳ​ຈີນ.

ທ່ານ​ຈູ່ສຽວ​ຈ້ຽນ ບັນນາທິການ​ໃຫຍ່ ສາ​ສະ​ດາ​ຈານມະຫາວິທະຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ​ແນະ​ນຳ​ວ່າ, ວາ​ລະສານ "​ໂລກ​ແຫ່ງ​ພາສາ​ຈີນ" ຕົ້ນຕໍ​ພິມ​ຈຳໜ່າຍຕໍ່ຜູ່​ອ່ານ​ຂອງ​ຕ່າງ​ປະ​ເທດ, ​ແລະ​ກໍ​ລວມ​ທັງ​ອົງການ​ຕ່າງປະ​ເທດ​ປະຈຳ​ຈີນ ​ເຊັ່ນ ສະຖານທູດ​ແລະ​ບໍ​ລິ​ສັດ​ການ​ຄ້າ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ເປັນຕົ້ນ. ປັດຈຸບັນ ​ວາລະສານ​ດັ່ງກ່າວ​ມີສະ​ບັບ​ພາ​ສາ​ຈີນ​ແລະ​ພາ​ສາ​ອັງ​ກິດ​​, ​ແຕ່​ລະ​ສອງ​ເດືອນ​ພິມຈຳໜ່າຍ​ສະບັບ​ໜຶ່ງ.

ທ່ານ​ຈູ່ສຽວ​ຈ້ຽນກ່າວ​ວ່າ, ຄຽງ​ຄູ່​ກັບ​ເສດຖະກິດ​ຂອງ​ຈີນ​ໄດ້​ພັດທະນາ​ແລະ​​ການ​ແລກ​ປ່ຽນ​ກັບ​ຕ່າງ​ປະ​ເທດ​ເລັ່ງ​ໄວ​ເຂົ້າ, ຜູ່​ຮຽນ​ພາສາ​ຈີນ​ໃນ​ຂອບ​ເຂດ​ທົ່ວ​ໂລກ​​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ປັດ​ຈຸ​ບັນ ຢູ່​ຕ່າງປະ​ເທດ​ມີ​ປະມານ 30 ລ້ານ​ຄົນ​ຮຽນ​ພາສາ​ຈີນ​.